ບິກບລູ ເອເຈນຊີລາວ ສະຫຼອງຄົບຮອບ 20 ປີແຫ່ງຄວາມສຳເລັດ.

ນະຄອນຫຼວງວຽງຈັນ, ປະເທດລາວ – ບໍລິສັດ ບິກບລູ ເອເຈນຊີລາວ ໜຶ່ງໃນຜູ້ນຳດ້ານການໂຄສະນາ ແລະ ປະຊາສຳພັນ ຂອງສປປ ລາວ ໄດ້ສະເຫຼີມສະຫຼອງຄົບຮອບ 20 ປີໃນປີນີ້ ເຊິ່ງນັບຕັ້ງແຕ່ກໍ່ຕັ້ງໃນປີ 2004 ມາບໍລິສັດໄດ້ເຕີບໃຫຍ່ຂື້ນຈົນເປັນຜູ້ນຳໃນອຸດສາຫະກຳໂຄສະນາ ໃນປະເທດລາວ ແລະ ເປັນທີ່ຍອມຮັບໃນບັນດາລູກຄ້າທັງໃນ ແລະ ຕ່າງປະເທດ.

ທ່ານ ສັນທະລັກ ຈ່າສານ, ປະທານບໍລິສັດ ກ່າວ ເຖິງວິໄສທັດສຳລັບອະນາຄົດຂອງບໍລິສັດວ່າ ໃນຂະນະທີ່ສະພາບແວດລ້ອມທາງທຸລະກິດ ໃນລາວມີການເຕີບໃຫຍ່ຢ່າງຕໍ່ເນື່ອງ ບໍລິສັດຂອງເຮົາມຸ້ງໝັ້ນຕັ້ງໃຈ ທີ່ຈະຂະຫຍາຍການບໍລິການໄປຍັງແຂວງຕ່າງໆຂອງລາວ ພ້ອມທັງປັບປຸງຜະລິດຕະພັນ ຂອງເຮົາໃຫ້ທັນສະໄໝຫຼາຍຂື້ນ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ໄດ້ດີຍິ່ງຂື້ນ

ຕະຫຼອດໄລຍະເວລາ 20 ປີ ທີ່ຜ່ານມາ ບິກບລູ ເອເຈນຊີລາວ ໄດ້ສ້າງຊື່ສຽງໃນດ້ານການນຳສະເໜີແຄັມເປນທີ່ມີຄຸນນະພາບ ແລະ ສ້າງສັນ ພ້ອມທັງຮ່ວມງານກັບລູກຄ້າຊັ້ນນຳທັງໃນປະເທດ ແລະ ຕ່າງປະເທດ ເຊິ່ງເປັນການເນັ້ນຍໍ້າ ຄວາມມຸ້ງໝັ້ນໃນການສ້າງມາດຕະຖານໃໝ່ ໃຫ້ກັບອຸດສາຫະກຳນີ້.

ກ່ຽວກັບບິກບລູເອເຈນຊີລາວ

ບິກບລູເອເຈນຊີລາວໃຫ້ບໍລິການຫຼາກຫຼາຍດ້ານເຊັ່ນ:

  • ປ້າຍໂຄສະນາທີ່ເນັ້ນຕະຫຼາດເປົ້າໝາຍ
  • ການວາງແຜນສື່ສຳລັບຮູບແບບອອນລາຍ ແລະ ອອບລາຍ
  • ການອອກແບບ ແລະ ສ້າງສັນປ້າຍໂຄສະນາທີ່ມີຄວາມໂດດເດັ່ນ
  • ການວາງແຜນປະຊາສຳພັນ ແລະ ການບໍລິຫານພາບລັກຂອງອົງກອນ
  • ການສ້າງແບຣນ ແລະ ການຕະຫຼາດຜ່ານອິນຟູເອນເຊີ

ບໍລິສັດບິກບລູເອເຈນຊີລາວເຮົາ ຍັງຄົງຕັ້ງໃຈພັດທະນາ ນະວັດຕະກຳ ແລະສ້າງສັນບໍລິການທີ່ຕອບໂຈດລູກຄ້າຢ່າງຕໍ່ເນື່ອງໃນອະນາຄົດ

ສຳລັບຂໍ້ມູນເພີ່ມຕື່ມສອບຖາມໄດ້ທີ່
ເພຈ BigblueAgency Lao ຫຼື ເບີໂທ 020 7899 5959

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...