Sunday, May 25, 2025
Kbank Laos โอน รับ จ่าย

3 ເດືອນຕົ້ນປີ 2025 ຫຼວງພະບາງ ມີນັກທ່ອງທ່ຽວເຂົ້າມາ 1 ລ້ານກວ່າຄົນ ເກັບລາຍຮັບໄດ້ 584 ລ້ານກວ່າໂດລາ.

ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 1,167,581 ເທື່ອຄົນ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722 ,679 ເທື່ອຄົນ, ເທົ່າກັບ 162%;

ໃນນັ້ນ, ມີນັກທ່ອງທ່ຽວພາຍໃນ 459,091 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 297,081 ເທື່ອຄົນ, ເທົ່າກັບ 183%, ນັກທ່ອງທ່ຽວສາກົນ 708,490 ເທື່ອຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 425,661 ເທື່ອຄົນ, ເທົ່າກັບ 232%,ລວມລາຍຮັບຈາກນັກທ່ອງທ່ຽວບັນລຸໄດ້ 584,665,369 ໂດລາ.

ສະເພາະ,ໃນປີ 2024 ຜ່ານມາ ມີນັກທ່ອງທ່ຽວ ເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 2,326,758 ເທື່ອຄົນ ລື່ນຄາດໝາຍ 30.8% ຂອງແຜນປີ ທີ່ກໍານົດໄວ້ ແລະ ມີລາຍຮັບຈາກນັກທ່ອງທ່ຽວ 1,209,189,549 ໂດລາ.

ສິ່ງທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວທີ່ແຂວງຫຼວງພະບາງຫຼາຍຂຶ້ນແມ່ນ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ, ວັດວາອາຮາມ, ວິຖີຊີວິດຂອງຊາວຫຼວງພະບາງ ແລະ ອື່ນໆ

ທີ່ມາ: Lao National Radio

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.