(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ແລະ ສະໜອງຄວາມສະດວກໃຫ້ນັກທ່ອງທ່ຽວເຂົ້າເຖິງສະຖານທີ່ສຳຄັນດ້ານປະຫວັດສາດ ແລະ ຈຸດໝາຍປາຍທາງອັນສັກສິດຂອງຫວຽດນາມ.

ເສັ້ນທາງການບິນທີ່ລໍຄອຍມາດົນນານນີ້ຈະດໍາເນີນຖ້ຽວບິນໄປ-ກັບທັງໝົດ 28 ຖ້ຽວຕໍ່ອາທິດ. Vietjet ດຳເນີນຖ້ຽວບິນປະຈຳວັນ 2 ຖ້ຽວຈາກຮ່າໂນຍ ໄປຮອດ ໂກນດ່າວ ໃນຕອນເຊົ້າ ໃຊ້ເວລາບິນແມ່ນ 2 ຊົ່ວໂມງ 10 ນາທີ.
ຖ້ຽວບິນຈາກນະຄອນໂຮ່ຈິມິນໄປໂກນດ່າວແມ່ນຈະອອກສອງເທື່ອທຸກເຊົ້າ ໂດຍໃຊ້ເວລາບິນ 40 ນາທີ, ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວຈະໄດ້ຮັບຄວາມສະດວກສະບາຍທີ່ສຸດ.

ເກາະໂກນດ່າວຕັ້ງຢູ່ນອກຝັ່ງທະເລພາກໃຕ້ຂອງຫວຽດນາມ ເປັນເກາະທີ່ມີຊື່ສຽງໂດ່ງດັງຍ້ອນຄວາມສວຍສົດງົດງາມທາງທຳມະຊາດ ແລະ ຄວາມໝາຍປະຫວັດສາດອັນເລິກເຊີ່ງຂອງຊາວຫວຽດນາມ. ນອກຈາກນັ້ນຍັງເປັນສະຖານທີ່ທີ່ສົມບູນແບບສໍາລັບການພັກຜ່ອນ ແລະ ທ່ອງທ່ຽວ. ເກາະທີ່ສວຍງາມແຫ່ງນີ້ ໃນປັດຈຸບັນສາມາດເຂົ້າເຖິງໄດ້ງ່າຍກ່ວາເກົ່າໂດຍຜ່ານເຄືອຂ່າຍການບິນທີ່ປັບປຸງໃໝ່ຂອງ Vietjet.
ປັດຈຸບັນ Vietjet ໄດ້ດຳເນີນການບິນໂດຍກົງຈາກນະຄອນຫຼວງວຽງຈັນໄປທັງນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ເຊິ່ງເຮັດໃຫ້ນັກທ່ອງທ່ຽວສາມາດເດີນທາງເຊື່ອມຕໍ່ໄປທ່ອງທ່ຽວທີ່ເກາະໂກນດ່າວ ຢ່າງສະດວກສະບາຍ ແລະ ຍັງມີຈຸດໝາຍປາຍທາງອື່ນໆທົ່ວປະເທດຫວຽດນາມຂອງສາຍການບິນ VietJet. ສາຍການບິນພ້ອມທີ່ຈະຕ້ອນຮັບຜູ້ໂດຍສານມາສຳພັດກັບມົນສະເໜ່ ແລະ ຄວາມສວຍງາມຂອງເກາະໂກນດ່າວໃນລະດູຮ້ອນນີ້. ໃນຕອນນີ້ນັກທ່ອງທ່ຽວທຸກທ່ານສາມາດຈອງປີ້ໄດ້ທີ່ www.vietjetair.com ແລະແອັບພລິເຄຊັນມືຖື Vietjet Air.