Sunday, May 25, 2025
Kbank Laos โอน รับ จ่าย

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ນັບ​ແຕ່​ຕົ້ນ​ປີ 2025, VietJet ​ໄດ້​ປະກາດ​ເສັ້ນທາງ​ສາກົນ​ໃໝ່ 10 ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່ກັບ​ບັນດາ​ນະຄອນ​ຫຼວງໃຫຍ່​ຂອງ​ຫວຽດນາມ ​ໄປ​ທີ່​ບັນດາ​ຈຸດໝາຍ​ທີ່​ນິຍົມ ​ບໍ່ວ່າຈະແມ່ນ ​ຈີນ, ອິນ​ເດຍ, ຍີ່ປຸ່ນ ​ແລະ ສິງກະ​ໂປ, ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ. ສຳລັບນັກເດີນທາງຈາກລາວ, VietJet ໃຫ້ບໍລິການຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນໄປຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ. ນອກຈາກ​ນັ້ນ, ນັກທ່ອງທ່ຽວ​ສາມາດ​ໃຊ້ປະໂຫຍດນີ້ຈາກ​ການ​ເຊື່ອມ​ຕໍ່​​ຂອງ VietJet ​ເພື່ອ​ສຳ​ຫຼວດປະເທດຫວຽດນາມ ​ແລະ ບັນດາ​ຈຸດ​ທ່ອງ​ທ່ຽວ​ອື່ນໆ​ໃນ​ທົ່ວ​ອາຊີ – ປາຊີ​ຟິກ.

ປະເທດຫວຽດ​ນາມ ຍັງສືບ​ຕໍ່​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ ດ້ວຍ​ທິວ​ທັດ​ທີ່​ສວຍ​ງາມ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ, ອາ​ຫານ​ລະ​ດັບ​ໂລກ, ແລະ ການ​ຕ້ອນ​ຮັບ​ທີ່​ອົບ​ອຸ່ນ ຈາກຫາດຊາຍອັນເກົ່າແກ່ຂອງນະຄອນດານັງ, ຍາຈາງ, ຝູ໋ກວກ, ໄປເຖິງເຂດມໍລະດົກໂລກຂອງອົງການ UNESCO ຂອງອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານ ແລະ ເຫວ້; ຕະຫຼອດເຖິງ​ຄວາມ​ສະຫງ່າ​ງາມ​ທີ່​ບໍ່​ສິ້ນສຸດໃນນະຄອນ​ຮ່າ​ໂນ້ຍ ​ລວມໄປເຖິງ​ເມືອງທີ່ມີ​ຊີວິດຊີວາ​ຂອງ​ນະຄອນ​ໂຮ່ຈິ​ມິນ ປະເທດຫວຽດນາມ ​ທີ່ໄດ້​ສະ​ເໜີ​ບາງ​ສິ່ງ​ບາງ​ຢ່າງ​ທີ່ໜ້າສົນໃຈໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ປະ​ເພດ.

ຢ່າພາດກັບ “ງານສະເຫຼີມສະຫຼອງ” ຂອງ VietJet ທີ່ທ່ານວາງແຜນການເດີນທາງເພື່ອທ່ອງທ່ຽວຫວຽດນາມ. ສາຍການບິນມີຄວາມມຸ່ງໝັ້ນເພື່ອໃຫ້ບໍລິການຖ້ຽວບິນທີ່ປອດໄພ, ມ່ວນຊື່ນກັບເຮືອທີ່ທັນສະໄໝ, ລູກເຮືອມືອາຊີບ, ແລະການບໍລິການດ້ວຍໃຈ. ຜູ້​ໂດຍ​ສານ​ຍັງ​ໄດ້​ຊິມ​ອາ​ຫານ​ທີ່​ເປັນ​ເອກະ​ລັກ​ຂອງ​ຫວຽດ​ນາມ​ເຊັ່ນ: ເຝີ, ເຂົ້າຈີ່ປາເຕ້, ແລະ ກາ​ເຟ​ນົມ​ເຢັນ, ລວມ​ເຖິງ​ຍັງໄດ້ຮັບຊົມ​ກັບ​ການ​ສະ​ແດງ​ສິີລະ​ປະ​ຢູ່​ເທິງ​ທ້ອງ​ຟ້າ​ສູງ 10,000 ແມັດ.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.