Tag: ວັດອິນແປງ

ຫໍພຣະບາງ ວຽງຈັນ ທີ່ວັດອິນແປງ ມະຫາວິຫານ

#Culture | “ຫໍພຣະບາງ” ທີ່ຕັ້ງຢູ່ ວັດອິນແປງ ມະຫາວິຫານ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ສ້າງຂຶ້ນໃນສະໄຫມເຈົ້າຟ້າງຸ່ມ ມະຫາຣາຊ ເຊິ່ງຫຼົງເຫຼືອຈາກການຈູດເຜົາ ເມືອງວຽງຈັນ ໃນສະໄໝທີ່ ອານາຈັກລາວລ້ານຊ້າງ ຕົກເປັນປະເທດສະຣາຊ ໃຫ້ແກ່ສະຫຍາມ.

ເສົາຫີນ ແກະສະຫຼັກ ພຣະພຸດທະຮູບ 28 ອົງ ທີ່ ວັດອິນແປງ

ເສົາຫີນ ທີ່ເກົ່າແກ່ ແລະ ສຳຄັນຂອງວັດອິນແປງ ມະຫາວິຫາຣ, ນະຄອນຫຼວງ ວຽງຈັນ ເປັນເສົາຫີນທີ່ແກະສະຫຼັກພຣະພຸດທະຮູບ ປາງສະມາທິ 28 ອົງ ໃນຍຸກສະໄໝກ່ອນອານາຈັກ ລ້ານຊ້າງ, ກ່ອນຈະຮອດ ພຣະພຸດທະເຈົ້າໂຄດົມ, ໃນຍຸກ ປັດຈຸບັນນີ້ ກໍໄດ້ປະກົດມີພຣພຸດທະເຈົ້າມາກ່ອນ 27 ອົງ ແລະ ກ່ອນໜ້າ 27 ອົງນີ້ ກໍມີຈຳນວນ ພຣະພຸດທະຮູບ ຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ.