Thursday, March 20, 2025

ເສົາຫີນ ແກະສະຫຼັກ ພຣະພຸດທະຮູບ 28 ອົງ ທີ່ ວັດອິນແປງ

ເສົາຫີນ ທີ່ເກົ່າແກ່ ແລະ ສຳຄັນຂອງວັດອິນແປງ ມະຫາວິຫາຣ, ນະຄອນຫຼວງ ວຽງຈັນ ເປັນເສົາຫີນທີ່ແກະສະຫຼັກພຣະພຸດທະຮູບ ປາງສະມາທິ 28 ອົງ ໃນຍຸກສະໄໝກ່ອນອານາຈັກ ລ້ານຊ້າງ, ກ່ອນຈະຮອດ ພຣະພຸດທະເຈົ້າໂຄດົມ, ໃນຍຸກ ປັດຈຸບັນນີ້ ກໍໄດ້ປະກົດມີພຣພຸດທະເຈົ້າມາກ່ອນ 27 ອົງ ແລະ ກ່ອນໜ້າ 27 ອົງນີ້ ກໍມີຈຳນວນ ພຣະພຸດທະຮູບ ຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ.

ແຕ່ໃນທີ່ນີ້ຈະມານັບແຕ່ 28 ອົງ ເຊິ່ງປະກອບດ້ວຍພຣະນາມ ດັ່ງນີ້:

1. ພຣະພຸທທະເຈົ້າ ຕັນຫັງກອນ ( ຕັນຫັງກະໂຣ ).

2. ພຣະພຸທທະເຈົ້າ ເມທັງກອນ ( ເມທັງກະໂຣ )​.

3. ພຣະພຸທທະເຈົ້າ ສະຣະນັງກອນ ( ສະຣະນັງກະໂຣ ).

4. ພຣະພຸທທະເຈົ້າ ທີປັງກອນ ( ທີປັງກະໂຣ ).

5. ພຣະພຸທທະເຈົ້າ ໂກນດັນຍະ ( ໂກດັນໂຍ ).

6. ພຣະພຸທທະເຈົ້າ ມັງຄະຣະ​ ( ມັງຄະໂຣ ).

7. ພຣະພຸທທະເຈົ້າ ສຸມະນະ ( ສຸມະໂນ ).

8. ພຣະພຸທທະເຈົ້າ ເຣວະຕະ ( ເຣວະໂຕ ).

9. ພຣະພຸທທະເຈົ້າ ໂສພິຕະ ( ໂສພິໂຕ ).

10. ພຣະພຸທທະເຈົ້າອະໂນມະທັສສີ.

11. ພຣະພຸທທະເຈົ້າ ປະທຸມະ (ປະທຸໂມ).

12. ພຣະພຸທທະເຈົ້າ ນາຣະທະ (ນາຣະໂທ).

ພາບຈາກ: Art and Culture of Laos

13. ພຣະພຸທທະເຈົ້າ ປະທຸມຸຕຕະຣະ (ປະທຸມຸຕຕະໂຣ).

14. ພຣະພຸທທະເຈົ້າ ສຸເມທະ (ສຸເມໂທ).

15. ພຣະພຸທທະເຈົ້າ ສຸຊາຕະ (ສຸຊາໂຕ).

16. ພຣະພຸທທະເຈົ້າ ປິຍະທັສສີ.

17. ພຣະພຸທທະເຈົ້າ ອັຖຖະທັສສີ.

18. ພຣະພຸທທະເຈົ້າ ທັມມະທັສສີ.

19. ພຣະພຸທທະເຈົ້າ ສິດທັດຖະ (ສິດທັດໂຖ).

20. ພຣະພຸທທະເຈົ້າ ຕິສສະ (ຕິສໂສ).

21. ພຣະພຸທທະເຈົ້າ ປຸສສະ (ປຸສໂສ).

22. ພຣະພຸທທະເຈົ້າ ວິປັສສີ.

23. ພຣະພຸທທະເຈົ້າ ສິຂີ.

24. ພຣະພຸທທະເຈົ້າ ເວສສະພູ.

25. ພຣະພຸທທະເຈົ້າ ກະກຸສັນທະ (ກະກຸສັນໂທ).

26. ພຣະພຸທທະເຈົ້າ ໂກນາຄະມະນະ (ໂກນາຄະມະໂນ).

27. ພຣະພຸທທະເຈົ້າ ກັສສະປະ (ກັສສະໂປ).

28. ພຣະພຸທທະເຈົ້າ ໂຄຕະມະ ຫຼື ໂຄດົມ ຫຼື ໂຄຕະໂມ (ອົງປັດຈຸບັນນີ້ເອງ).

ພາບຈາກ: Art and Culture of Laos

ຫາກຈະແບ່ງຕາມກັບ ໂດຍການນັບອະສົງໄຂກັບ ແມ່ນຈະນັບອະສົງໄຂທຳອິດ ໂດຍເລີ່ມນັບຈາກໄລຍະເວລາທີ່ ອະດີດຊາດຂອງພຣະສັມມາສັມພຸດທະເຈົ້າ ໂຄຕະມະ ເລີ່ມສ້າງບາຣະມີ ໂດຍການອະທິຖານປາຖະໜາໃນໃຈວ່າ ຈະເປັນພຣະສັມມາສັມພຸທທະເຈົ້າເປັນຄັ້ງທຳອິດ ນັບແຕ່ອະດີດຮອດທຸກມື້ນີ້, ຜູ້ມີໃຈສັດທາທີ່ແຮງກ້າ ມັກຈະສ້າງພຣະພຸທທະຮູບ 28 ອົງຖວາຍວັດ ໂດຍແກະສະລັກ ຈາກຫີນ, ໄມ້ ຫຼື ຫຼໍ່ດ້ວຍທອງສຳຣິດ ນອກນັ້ນ, ຍັງແຕ້ມໄວ້ພື້ນຫຼັງຂອງພຣະປະທານຕາມວັດຕ່າງໆ ເຮັດຜ້າພິມເປັນທຸງ ແລະ ອື່ນໆ ເພື່ອຖວາຍເປັນພຸທທະບູຊາ.

ທີ່ມາ: Art and Culture of Laos

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່