ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Galaxy A57 5G ໂດດເດັ່ນດ້ວຍການອອກແບບທີ່ເບົາບາງ ແລະ ຊົງພະລັງ ເໝາະສຳລັບການສ້າງຄອນເທັນຄຸນນະພາບສູງ ຕັ້ງແຕ່ການຖ່າຍຮູບພາບ ແລະ ວິດີໂອແບບມືອາຊີບ ໃນຂະນະທີ່ Galaxy A37 5G ໃຫ້ຄວາມຄຸ້ມຄ່າ ມີຄຸນສົມບັດມາດຕະຖານຄົບຖ້ວນ ໃນລາຄາທີ່ຈັບຕ້ອງໄດ້

ທັງສອງລຸ້ນ ໄດ້ຮັບການຍົກລະດັບປະສິດທິພາບ ທັງໜ້າຈໍ Super AMOLED+ ທີ່ມາພ້ອມ Vision Booster ແລະ ກ້ອງຖ່າຍຮູບທີ່ສະຫຼາດຂຶ້ນ ນອກຈາກນີ້, ຍັງຮອງຮັບການອັບເດດລະບົບປະຕິບັດການສູງສຸດ 6 Generations ແລະ ອັບເດດຄວາມປອດໄພຍາວນານ 6 ປີ ເພື່ອການໃຊ້ງານທີ່ຄຸ້ມຄ່າໃນໄລຍະຍາວ

ຈຸດເດັ່ນສຳຄັນຄື ຟີເຈີ AI ອັດສະລິຍະ ເຊັ່ນ: Voice Transcription ທີ່ຊ່ວຍແປງສຽງເປັນຂໍ້ຄວາມ ແລະ AI Select ທີ່ຊ່ວຍເລືອກແອັບທີ່ຕ້ອງການໃຊ້ໄດ້ທັນທີຜ່ານ Edge Panel

ໃນດ້ານການຖ່າຍຮູບ ທັງສອງລຸ້ນມາພ້ອມກັບກ້ອງຫຼັກ 50MP ສາມາດຖ່າຍວິດີໂອມຸມກວ້າງ ແລະ ເທັກໂນໂລຍີ Nightography ທີ່ຖືກພັດທະນາໃຫ້ຖ່າຍຮູບໃນບ່ອນທີ່ມີແສງໜ້ອຍໄດ້ຄົມຊັດຍິ່ງຂຶ້ນ ໂດຍ Galaxy A57 5G ມີຄວາມພິເສດເພີ່ມເຕີມດ້ວຍຟີເຈີ Best Face ສຳລັບຮູບກຸ່ມທີ່ສົມບູນແບບ ແລະ ການປະມວນຜົນຮູບທີ່ຫຼຸດສິ່ງລົບກວນ (Noise) ເຮັດໃຫ້ຮູບສົດໃສ ແລະ ລາຍລະອຽດຊັດເຈນຂຶ້ນ

ຕົວເຄື່ອງມາພ້ອມແບັດເຕີຣີ 5,000mAh ທີ່ຮອງຮອງການໃຊ້ງານໄດ້ດົນເຖິງ 2 ມື້ ພ້ອມລະບົບສາກໄວ Super-Fast Charging 2.0 ທີ່ສາມາດສາກໄດ້ 60% ໃນເວລາພຽງ 30 ນາທີ, ນອກຈາກນີ້ຍັງໝັ້ນໃຈໃນຄວາມທົນທານ ດ້ວຍມາດຕະຖານກັນນໍ້າກັນຝຸ່ນ IP68 ແລະ ລະບົບຄວາມປອດໄພລະດັບຮາດແວຣ໌ ດ້ວຍ Samsung Knox Vault

ພິເສດ! ຕັ້ງແຕ່ມື້ນີ້ ຈົນຮອດ 30 ເມສາ 2026 ນີ້ເທົ່ານັ້ນ! ສໍາລັບຜູ້ທີ່ຊື້ Galaxy A57 5G ລຸ້ນຄວາມຈໍາ 12+256GB ໄດ້ອັບເກຣດຟຣີເປັນລຸ້ນ 12+512GB ໃນລາຄາ 12,999,000 ກີບ ມີ 4 ສີ: ເທົາ, ຟ້າເຂັ້ມ, ຟ້າອ່ອນ, ມ່ວງ ແລະ ຜູ້ຊື້ A37 5G ຄວາມຈຳ 8+256GB ຮັບ Galaxy Buds Core ຟຣີ ໃນລາຄາ 9,999,000 ກີບ ມີ 4 ສີ: ເທົາ, ຂຽວເຂັ້ມ, ຂາວ, ແລະ ມ່ວງ.

ສາມາດໄປລອງໃຊ້ງານໄດ້ແລ້ວມື້ນີ້ ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດ ຫຼື ຕິດຕາມຂ່າວສານຜ່ານ Facebook: SamsungLaos ແລະ TikTok: @samsungmobilelaos

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.