Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.

Galaxy S26 series ປະກອບມີ Galaxy S26, S26+ ແລະ S26 Ultra ໂດຍລຸ້ນ Ultra ມາພ້ອມເທັກໂນໂລຢີ Privacy Display ທີ່ຊ່ວຍຈຳກັດມຸມມອງຈາກດ້ານຂ້າງ ໂດຍບໍ່ໄດ້ຫຼຸດຄຸນນະພາບການສະແດງຜົນ, ແຕ່ຍັງເສີມດ້ວຍຊິບ Snapdragon 8 Elite Gen 5 ທີ່ປັບແຕ່ງເປັນພິເສດ ເພື່ອຮອງຮັບການປະມວນຜົນ AI ຢ່າງລື່ນໄຫຼ ພ້ອມລະບົບລະບາຍຄວາມຮ້ອນໃໝ່ ແລະ ເທັກໂນໂລຢີ Super-Fast Charging 3.0 ທີ່ສາມາດສາກແບັດເຕີຣີໄດ້ສູງສຸດ 75% ພາຍໃນ 30 ນາທີ, ໂດຍຮອງຮັບການໃຊ້ງານຕໍ່ເນື່ອງຕະຫຼອດມື້ ພ້ອມການອອກແບບຕົວເຄື່ອງພາຍໃນ ດີທີ່ສຸດເທົ່າທີ່ເຄີຍມີມາ.

Galaxy S26 Series ຍັງໄດ້ຍົກລະດັບ Super Steady ແລະ Nightography Video ທີ່ຊ່ວຍຫຼຸດການສັ່ນໄຫວໃນການຖ່າຍວິດີໂອ ແລະ ໃຫ້ຜົນລັບວິດີໂອແຈ້ງຊັດຫຼາຍຂຶ້ນແມ້ໃນບ່ອນທີ່ແສງນ້ອຍ ແລະ ພ້ອມຮອງຮັບມາດຕະຖານ APV ລະດັບມືອາຊີບ ເສີມດ້ວຍເຄື່ອງມື AI ລຸ້ນໃໝ່ Photo Assist ແລະ Creative Studio ເຮັດໃຫ້ການສ້າງສັນຜົນງານທີ່ເຄີຍຍາກ ກາຍເປັນເລື່ອງງ່າຍກວ່າທີ່ຄິດ.

ນອກຈາກນັ້ນ Galaxy AI ຍັງໄດ້ຮ່ວມກັບຟີເຈີ Now Nudge ແລະ Now Brief ໂຕໃໝ່ ທີ່ປະສານການເຮັດວຽກຂອງ AI ທັງ 3 ໂຕ ແມ່ນ Bixby, Perplexity ແລະ Gemini ໃຫ້ຮ່ວມມືກັນຢ່າງລື່ນໄຫຼ ຮອງຮັບການສັ່ງງານດ້ວຍສຽງ ແລະ ຈັດການວຽກຫຼາຍຂັ້ນຕອນແບບອັດຕະໂນມັດ ພ້ອມ Google Circle to Search ທີ່ຄົ້ນຫາໄດ້ຫຼາຍລາຍການໃນຄັ້ງດຽວ ພາຍໃຕ້ລະບົບປອດໄພທີ່ໄດ້ຮັບການອັບເດດຄວາມປອດໄພຍາວນານເຖິງ 7 ປີ.

ພິເສດ! ສຳລັບຜູ້ທີ່ສັ່ງຈອງລ່ວງໜ້າ Galaxy S26 series ຕັ້ງແຕ່ມື້ນີ້ – 10 ມີນາ 2026 ຮັບຟຣີ! ຄວາມຈຳ 2 ເທົ່າ

* Galaxy S26 Ultra ເພີ່ມຈາກ 12GB+512GB ເປັນ 16GB+1TB ພ້ອມຫົວສາກ 45W ຟຣີ ລາຄາພິເສດ 33,999,000 ກີບ ມີ 4 ສີ: ຂາວ, ດຳ, Sky Blue ແລະ Cobalt Violet

* Galaxy S26+ ແລະ S26 ເພີ່ມຈາກ 12GB+256GB ເປັນ 12GB +512GB ພ້ອມຫົວສາກ 25W ຟຣີ ລາຄາ 23,999,000 ກີບ ແລະ 19,999,000 ກີບ ມີ 2 ສີ: ດຳ ແລະ Cobalt Violet

ທຸກລຸ້ນ ຮັບຟຣີ! ຊິມ Best Telecom 5G ພ້ອມອິນເຕີເນັດ 26GB ແລະ ຮັບສ່ວນຫຼຸດສູງສຸດ 25% ໃນການຊື້ Galaxy Buds4 series ແລະ ເຄສຈາກຊຳຊູງ

ສຳພັດປະສິດທິພາບຂອງ Galaxy S26 series ໄດ້ແລ້ວ ທີ່່ Samsung Experience Space ໃນສູນການຄ້າ Parkson Mall ໄດ້ຕັງແຕ່ມື້ນີ້ ໄປຈົນຮອດວັນທີ 8 ມີນາ 2026 ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ຕົວແທນຈຳໜ່າຍ Samsung ທົ່ວປະເທດ ຫຼື ຕິດຕາມຂໍ້ມູນຜ່ານ Facebook: SamsungLaos ແລະ TikTok: @samsungmobilelaos

#SamsungLaos #GalaxyS26 #ກ້າວສູ່ສິ່ງໃຫມ່ທີ່ເໜືອກວ່າ #GalaxyExperienceSpace

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.