Thursday, March 20, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 15 ມັງກອນ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຍັງພົບເຫັນປະຊາຊົນບຸກລຸກພື້ນທີ່ອຸທິຍານແຫ່ງຊາດ 36 ຄອບຄົວ

อาจเป็นรูปภาพของ 5 คน, ผู้คนกำลังยืน, กลางแจ้ง และ ข้อความ

ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ທັງເປັນຮອງປະທານຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາຍກາຍ – ນໍ້າເທີນ ພ້ອມດ້ວຍພະຄະ ໄດ້ລົງຕິດຕາມກວດກາການເຂົ້າບຸກລຸກພື້ນທີ່ອຸທິຍານເຂດ

ອຸທິຍານມີເນື້ອທີ່ທັງໝົດ 4 ແສນກວ່າເຮັກຕາ, ກວມເອົາແຂວງຄໍາມ່ວນ ແລະ ແຂວງບໍລິຄຳໄຊ, ແຂວງບໍລິຄຳໄຊ ກວມເອົາ 1 ເມືອງ ແລະ 19 ບ້ານທີ່ຢູ່ຕິດແປະ, ສໍາລັບບັນຫາການເຂົ້າບຸກລຸກພື້ນທີ່ອຸທິຍານ ຂອງປະຊາຊົນແມ່ນເປັນບັນຫາຕົ້ນຕໍ, ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ແກ້ໄຂຫຍຸ້ງຍາກ ສະເພາະຢູເຂດປຸ້ງໂຄ້ງ ໄດ້ພົບເຫັນປະຊາຊົນບຸກລຸກພື້ນທີ່ອຸທິຍານແຫ່ງຊາດ ເພື່ອທໍາການຜະລິດ ຈໍານວນ 36 ຄອບຄົວ…ອ່ານຕໍ່

ເທດສະບານເມືອງນານ ແຂວງຫຼວງພະບາງ ຈະໄດ້ນໍາໃຊ້ລະບົບໄຟຟ້າເຍືອງທາງໃນ 6 ບ້ານ

อาจเป็นรูปภาพของ 1 คน และ ดอกไม้

ຢູ່ທີ່ສະໂມສອນເມືອງນານ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຫາລືວຽກງານ ແລະເຊັ່ນສັນຍາ ເພື່ອຈັດຕັ້ງປະຕິບັດໂຄງການຕິດຕັ້ງໄຟຟ້າເຍືອງທາງ ຢູ່ເຂດເທດສະບານ ເມືອງນານ ໂດຍການເປັນປະທານຂອງ ທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງ-ເມືອງນານ

ໂຄງການກໍ່ສ້າງ ແລະຕິດຕັ້ງລະບົບໄຟຟ້າເຍືອງທາງ ຄັ້ງນີ້ ທັງສອງຝ່າຍກໍ່ໄດ້ຕົກເຫັນດີເຊັນສັນຍາ ແລະເປັນເອກະພາບກັນໃນ 16 ຂໍ້ ໂດຍອິງຕາມການເຫັນດີຕົກລົງຂອງທ່ານ ເຈົ້າເມືອງ ສະບັບເລກທີ 436/ຈມ.ມນ. ເຊິ່ງປະກອບມີ 4 ໂຄງການ,ມີ 6 ບ້ານຄື: ບ້ານ ໂພນຫີນ, ບ້ານ ສີບຸນເຮືອງ, ບ້ານສີມຸງຄຸນ, ບ້ານ ນາຝາຍ, ບ້ານປ່າໄຜ່,ບ້ານທາດນ້ອຍ ແລະຂົວຂ້າມນໍ້າຂອງ…ອ່ານຕໍ່

5 ເມືອງຂອງແຂວງຫົວພັນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຄງການໂຄຼບາແຄຼປະຈໍາປະເທດເກົາຫຼີໃຕ້

อาจเป็นรูปภาพของ 5 คน และ ผู้คนกำลังยืน

ແຂວງຫົວພັນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຄງການ ໂຄຼບາແຄຼ ປະຈຳປະເທດເກົາຫຼີໃຕ້ ໃນມູນຄ່າ 150 ລ້ານກ່ວາກີບ, ຊື່ງປະກອບມີ: ລໍ້ເລື່ອນ 10 ຄັນ, ໄມ້ຄ້ຳຊູ 79 ຄູ່ ແລະ ເຄື່ອງນຸ່ງຫົ່ມ ຈຳນວນ 150 ແກັດ

ເຄື່ອງຈຳນວນດັ່ງກ່າວ ຈະໄດ້ນຳໄປຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ຢູ່ 5 ເມືອງຂອງແຂວງຫົວພັນຄື: ເມືອງຊຳເໜືອ, ເມືອງວຽງໄຊ, ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງຊ່ອນ…ອ່ານຕໍ່

ປີ 2021 ແຂວງສະຫວັນນະເຂດ ສາມາດຈັດເກັບລາຍຮັບໄດ້ເທົ່າກັບ 103%

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม

ໃນນັ້ນ ລາຍຮັບພູດຂອງສູນກາງປະຕິບັດຢູ່ແຂວງ ໄດ້ 934 ຕື້ 28 ລ້ານກີບ ເທົ່າກັບ 111% ຂອງແຜນການປີ, ລາຍຮັບພູດຂອງແຂວງ ປະຕິບັດໄດ້ 662 ຕື້16 ລ້ານກີບ ເທົ່າກັບ 94% ຂອງແຜນການປີ, ສຳລັບລາຍຈ່າຍປະຕິບັດໄດ້ 816 ຕື້ 92 ລ້ານກີບ ເທົ່າກັບ 99% ຂອງແຜນການປີ

ມູນຄ່າສົ່ງອອກສິນຄ້າ ປະຕິບັດໄດ້ 1.837 ລ້ານກວ່າໂດລາສະຫະລັດ ເທົ່າກັບ 104% ຂອງແຜນການ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 54,5%; ສັງເກດເຫັນວ່າ ການສົ່ງອອກມີທ່າອ່ຽງເພີ່ມຂຶ້ນ ແລະ ການນຳເຂົ້າສິນຄ້າ ປະຕິບັດໄດ້ 1.211 ລ້ານກວ່າໂດລາສະຫະລັດ ເທົ່າກັບ 99% ຂອງແຜນການ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 34%, ສາເຫດທີ່ພາໃຫ້ເພີ່ມຂຶ້ນ ຍ້ອນການນໍາເຂົ້າໄມ້ບົດ…ອ່ານຕໍ່

ການຊົດເຊີຍແກ່ປະຊາຊົນໃນໂຄງການລົດໄຟລາວ-ຈີນ ແມ່ນປະຊາຊົນມີຄວາມເພິ່ງພໍໃຈ

ສຳລັບການແກ້ໄຂຜົນກະທົບທີ່ເກີດຂຶ້ນຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ມີຕໍ່ການດໍາລົງຊີວິດ, ການຜະລິດຂອງພໍ່ແມ່ປະຊາຊົນ, ຊັບສິນຂອງລັດ ທັງທາງກົງ-ທາງອ້ອມ, ແບບຖາວອນ-ຊົ່ວຄາວຕ່າງໆ ໃນໄລຍະຜ່ານມາ

ກຳນົດຫົວໜ່ວຍລາຄາທົດແທນຄ່າເສຍຫາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ຜ່ານການຈັດຕັ້ງປະຕິບັດຕົວຈິງຜ່ານມາໄດ້ຈ່າຍຊົດເຊີຍໃຫ້ປະຊາຊົນແລ້ວ ຈໍານວນ 8 ຄັ້ງ, ໃນ 3 ເມືອງ, 38 ບ້ານ, 1.164 ຄອບຄົວ, ລວມເປັນເງິນ 183 ຕື້ 430 ກວ່າລ້ານກີບ (ເທົ່າກັບ 72.4% ຂອງມູນຄ່າຊົດເຊີຍທັງໝົດ 253,053 ຕື້ກີບ) ການປະຕິບັດການເບີກຈ່າຍເຫັນວ່າ: ມີຄວາມສະຫງົບ ແລະ ປະຊາຊົນສ່ວນໃຫຍ່ ແມ່ນມີຄວາມເພິ່ງພໍໃຈ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່