ປະຈຳວັນທີ 15 ມັງກອນ 2022 | ໜງັສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:
ສວນພຶກສາ ພ້ອມເປີດ! ໃຫ້ບໍລິການ ໃນເດືອນ ກຸມພາ 2022 ນີ້

ສວນພຶກສາ ເປັນສວນໜຶ່ງ ທີ່ນອນຢູ່ໃນໂຄງການເຂດທ່ອງທ່ຽວລາວ ສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19, ຊຶ່ງປະຈຸບັນ ທາງສວນພຶກສາ ກຽມຄວາມພ້ອມທຸກດ້ານເປີດໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວໃນເດືອນກຸມພາ 2022 ເປັນຕົ້ນໄປ
ທາງດ້ານການບໍລິການ ແລະ ພະນັກງານກໍໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ 3 ເຂັມເປັນທີ່ຮຽບຮ້ອຍ…ອ່ານຕໍ່
ໃນປີ 2021 ຂະແໜງພາສີ ຈັດເກັບລາຍຮັບໄດ້ 6.982 ຕື້ກີບ

ການຈັດເກັບລາຍຮັບປີ 2021 ກົມພາສີໄດ້ຮັບແຜນຈັດເກັບລາຍຮັບ 8.200 ຕື້ກີບ, ປະຕິບັດໄດ້ 6.982 ຕື້ກີບ ເທົ່າກັບ 85,15% ຂອງແຜນການປີສົມທຽບໄລຍະດຽວກັນເພີ່ມຂຶ້ນ 7,66% ເທົ່າກັບ 486 ຕື້ກີບ
ຕົວເລກດັ່ງກ່າວຖືກລາຍງານໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ປະຈໍາປີ 2021…ອ່ານຕໍ່
ອຸດົມໄຊຈະເພີ່ມລົດໄຟຟ້າຂົນສົ່ງໂດຍສານ ເຂົ້າພາຍໃນເທດສະບານເມືອງໄຊ

ລົດໄຟຟ້າແຂວງອຸດົມໄຊ ໄດ້ເປີດບໍລິການມາແຕ່ທ້າຍປີ 2017 ແລະ ໃນປັດຈຸບັນທາງບໍລິສັດມີລົດໄຟຟ້າພຽງແຕ່ 5 ຄັນທີ່ໃຫ້ບໍລິການຂົນສົ່ງຜູ້ໂດຍສານພາຍໃນເທດ ສະບານເມືອງໄຊ.
ບໍລິສັດລົດໄຟຟ້າອຸດົມໄຊ (Electric Bus Oudomxay) ມີແຜນຈະເພີ່ມລົດໄຟຟ້າອີກຈຳນວນ 10 ຄັນ ເພື່ອມາບໍລິການຂົນສົ່ງຜູ້ໂດຍສານທີ່ເດີນທາງມາທ່ຽວເທດສະບານເມືອງໄຊ ແຂວງອຸດົມໄຊ…ອ່ານຕໍ່