Monday, April 21, 2025

Tag: ວິຖີຊີວິດຂອງລາວ

“ສວນໄຜ່ພັນກໍ” ສະຖານທີ່ອະນຸລັກຜ້າ ແລະ ວີຖີຊີວິດຂອງຄົນລາວ

"ສວນໄຜ່ພັນກໍ" ຄືຊື່ຂອງສະຖານທີ່ແຫ່ງໜຶ່ງ ຕັ້ງຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເປັນສະຖານທີ່ອັນເຕັມໄປດ້ວຍຫຼັກຖານທີ່ສະແດງເຖິງຄວາມຫຼາກຫຼາຍ ແລະ ຄວາມອາດສາມາດໃນການປະດິດຄິດແຕ່ງຂອງຄົນລາວ. ໂດຍພາຍໃນສວນໄຜ່ພັນກໍນີ້ ມີຫໍແຖນແຕ່ງ, ພິພິດຕະພັນຜ້າ ແລະ ເຄື່ອງຫັດຖະກຳ ທີ່ເກັບຮັກສາໄວ້ເຊິ່ງຜ້າ, ແພ ແລະ ເຄື່ອງນຸ່ງຫົ່ມ ທີ່ຖືກປະດິດຄິດແຕ່ງຂຶ້ນໃນຫຼາຍຍຸກສະໄໝ ໂດຍຫຼາກຫຼາຍກຸ່ມຄົນ ແລະ ຕໍ່າດ້ວຍຫຼາກຫຼາຍວີທີການ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!