Tag: ສະຫຼຽວສະຫຼາດ

ວິທີການລ້ຽງລູກໃຫ້ສະຫຼຽວສະຫຼາດ!

1.ສອນ​ລູກ​ໃຫ້​ຮູ້​ເຮັດ​ວຽກ​ເຮືອນ: ການ​ສອນ​ໃຫ້​ລູກ​ເຮັດ​ວຽກ​ເຮືອນ​ເປັນ​ການ​ຝຶກ​​ໃຫ້​ເດັກນ້ອຍ​ມີ​ຄວາມ​ຮັບ ຜິດຊອບ,ຮູ້ຈັກໜ້າທີ່​ຕັ້ງ​ແຕ່​ນ້ອຍ ​ເຊິ່ງຈະ​ເຮັດ​ໃຫ້​​ໃຫຍ່​ຢ່າງ​ມີ​ຄຸນນະ​ພາບ ​ແລະ ​ສາມາດ​ເຮັດ​ວຽກຮ່ວມ​ກັບ​ຄົນ​ອື່ນ​​ໄດ້ ພ້ອມ​ທັງ​ເຮັດ​ວຽກທີ່​ໄດ້​ຮັບ​ມອບໝາຍ​ໄດ້​ໂດຍ​ໂຕ​ເອງ. 2.ໃຊ້​ເວລາ​ຢູ່​ຮ່ວມ​ກັນ​ໃນ​ຄອບຄົວ: ບາງ​ຄອບຄົວ ​ພໍ່​ແມ່ມັກ​ຜິດ​ກັນ,ປະ​ກັນ ຫລື ​ເຮັດ​ວຽກຫລາຍ ​ຈົນບໍ່ມີ​ເວລາ​ໃຫ້​ລູກ ຈະສົ່ງ​ຜົນ​ຕໍ່ສະພາບ​ຈິດ​ໃຈ​​​ ແລະ ພັດທະນາ​ການ​ຂອງ​ລູກ.ດັ່ງ​ນັ້ນ ພໍ່ແມ່​ຄວນ​ຫາ​ເວລາ​​ເຮັດ​ກິດຈະ​ກໍາກັບ​ລູກ​ໃຫ້​ຫລາຍໆ​​ເພື່ອ​ຝຶກ​ທັກ​ສະການ​ຮຽນຮູ້ ​ແຕ່​ນ້ອຍ​ຈົນ​ໃຫຍ່. 3.ສ​ອນ​ເລກ​ແຕ່​ຍັງ​ນ້ອຍ:...