ວິທີການລ້ຽງລູກໃຫ້ສະຫຼຽວສະຫຼາດ!

1.ສອນ​ລູກ​ໃຫ້​ຮູ້​ເຮັດ​ວຽກ​ເຮືອນ: ການ​ສອນ​ໃຫ້​ລູກ​ເຮັດ​ວຽກ​ເຮືອນ​ເປັນ​ການ​ຝຶກ​​ໃຫ້​ເດັກນ້ອຍ​ມີ​ຄວາມ​ຮັບ ຜິດຊອບ,ຮູ້ຈັກໜ້າທີ່​ຕັ້ງ​ແຕ່​ນ້ອຍ ​ເຊິ່ງຈະ​ເຮັດ​ໃຫ້​​ໃຫຍ່​ຢ່າງ​ມີ​ຄຸນນະ​ພາບ ​ແລະ ​ສາມາດ​ເຮັດ​ວຽກຮ່ວມ​ກັບ​ຄົນ​ອື່ນ​​ໄດ້ ພ້ອມ​ທັງ​ເຮັດ​ວຽກທີ່​ໄດ້​ຮັບ​ມອບໝາຍ​ໄດ້​ໂດຍ​ໂຕ​ເອງ.

2.ໃຊ້​ເວລາ​ຢູ່​ຮ່ວມ​ກັນ​ໃນ​ຄອບຄົວ: ບາງ​ຄອບຄົວ ​ພໍ່​ແມ່ມັກ​ຜິດ​ກັນ,ປະ​ກັນ ຫລື ​ເຮັດ​ວຽກຫລາຍ ​ຈົນບໍ່ມີ​ເວລາ​ໃຫ້​ລູກ ຈະສົ່ງ​ຜົນ​ຕໍ່ສະພາບ​ຈິດ​ໃຈ​​​ ແລະ ພັດທະນາ​ການ​ຂອງ​ລູກ.ດັ່ງ​ນັ້ນ ພໍ່ແມ່​ຄວນ​ຫາ​ເວລາ​​ເຮັດ​ກິດຈະ​ກໍາກັບ​ລູກ​ໃຫ້​ຫລາຍໆ​​ເພື່ອ​ຝຶກ​ທັກ​ສະການ​ຮຽນຮູ້ ​ແຕ່​ນ້ອຍ​ຈົນ​ໃຫຍ່.

3.ສ​ອນ​ເລກ​ແຕ່​ຍັງ​ນ້ອຍ: ສໍາລັບຄອບ​ຄົວ​ໃດທີ່​ສອນ​ເລກ​ໃຫ້​ລູກ​​ແຕ່​ຍັງ​ນ້ອຍຈະ​ເຮັດ​ໃຫ້​ເດັກນ້ອຍ​ຮັບຮູ້​ເລື່ອງ​ອື່ນໆ​ໄດ້​​ໄວ​ຂຶ້ນ ​ແລະ ສົ່ງ​ຜົນ​ດີ​ຕໍ່ລູກ​ໃນ​ການ​ສຶກສາ​ຮໍ່າຮຽນອີກ​ດ້ວຍ.

4.ບໍ່ສະ​ແດງ​ພຶ​ດຕິ​ກໍາ​ບໍ່ດີ​ຕໍ່ໜ້າລູກ:​​ ແນ່ນອນ​ວ່າ​ໃນ​ຊີວິດ​ປະ​ຈໍາ​ວັນ​ຂອງ​ທ່ານ​ອາດ​ມີ​ເລື່ອ​ງ​ຫຍຸ້ງເຫຍີງບໍ່ວ່າ​ຈະ​ເ​ປັນ​ວຽກງານ,ການ​ເງິນ ຫລື ອື່ນໆກໍ​ຕາມບໍ່ຄວນ​ມາສະ​ແດງ​ອາລົມ​ທີ່​ບໍ່ດີຕໍ່ໜ້າລູກໂດຍ​ສະ​ເພາະເດັກນ້ອຍ​ແຕ່​ເກີດ​ໃໝ່ຈົນ​ຮອດ 11 ​ເດືອນ ​​ເພາະ​ໄລ​ຍະ​ນີ້​​ມີ​ຄວາມ​ສໍາຄັນ​ຕໍ່ການ​ຮຽນຮູ້​ຂອງ​ເດັກນ້ອຍ.

5.ທ້ອນ​ເງິນ​ເພື່ອ​ລູກ​ແຕ່​ຍັງ​ນ້ອຍ: ຕົ້ນ​ທຶນ​ຂອງລູກບໍ່​ເທົ່າ​ທຽມກັນ ສະ​ນັ້ນ​ຕ້ອງ​​ທ້ອນ​ໃຫ້​ລູກ​​ແຕ່​ຍັງ​ນ້ອຍ ​ເພື່ອ​ເປັນ​ທຶນ​ການ​ສຶກສາ​ໃຫ້​ໄດ້​ຮຽນດີໆກໍ​ເທົ່າ​ກັບ​ວ່າ​ຊ່ວຍ​​ລູກ​ໃຫ້​ປະສົບ​ຜົນ​ສໍາ​ເລັດ​​​ລະດັບໜຶ່ງ​ແລ້ວ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...