Sunday, January 19, 2025

ສ​ສ​ຊ ສະ​ເໜີ​ລັດ​ຖະ​ບານ​​ ພິ​ຈາ​ລະ​ນາ​ຄືນບັນ​ຫາ ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ຂົງ​ເຂດ​ກະ​ສິ​ກຳ ແລະ ຄູ

ໃນ​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIII ວັນ​ທີ 6 ມິ​ຖຸ​ນາ 2019 ພາຍ​ໃຕ້​ ການ​ເປັນ​ປະ​ທານ ​ຂອງ ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ ສະ​ພາ​ ແຫ່ງ​ຊາດນັ້ນ, ບັນ​ດາສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ພ້ອມ​ທັງ​ສະ​ເໜີ​ ລັດ​ຖະ​ບານ​ພິ​ຈາ​ລາ​ນາ​ຄືນ ​ກ່ຽວ​ກັບ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມ,  ໂດຍ​ສະ​ເພາະ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໃຫ້​ໄປ​ຕາມ​ຂະ​ແໜງ​ການ​ບູ​ລິ​ມະ​ສິດ ເປັນ​ຕົ້ນ ຂົງ​ເຂດ​ກະ​ສິ​ກຳ ແລະ ຂົງ​ເຂດຄູ ໂດຍ​ສະ​ເພາະ​ບັນ​ຫາ​ຄູ​ເຫລືອບໍ່​ພໍ ເນື່ອງ​ຈາກວ່າໄລ​ຍະ​ຜ່ານ​ມາ​ເຫັນ​ວ່າ​ຍັງ​ບໍ່​ສອດ​ຄ່ອງ​ກັບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເທົ່າ​ທີ່​ຄວນ.

ທ່ານ ທອງ​ສະ​ຫລິດ ມັງໜໍ່​ເມກ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຂດ​ເລືອກ​ຕັ້ງ​ທີ​ 1 ​ນະ​ຄອນ​ຫລວງວຽງ​ຈັນ ໄດ້ສະ​ເໜີ​ວ່າ:

ໄລ​ຍະປີ 2014 – 2019 ເຫັນ​ວ່າ​ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຫລາຍ​ຂົງ​ເຂດ​ ໄດ້​ຫລາຍກວ່າ 1 ແສນ​ຄົນ, ເຊິ່ງ​ເຫັນ​ວ່າ​ມີ​ການ​ຂະ​ຫຍາຍ​ຕົວ​ໄວ​ຫລາຍ​ສົມ​ຄວນ ໄປ​ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ຕົວ​ດັ່ງ​ກ່າວ​ ແມ່ນເຮັດ​ໃຫ້​ບັນ​ຫາໃນ​ການ​ຕົກ​ເຮ່ຍ​ຂອງ​​ບຸກຄະ​ລາ​ກອນ, ໃນ​ນັ້ນຂົງ​ເຂດ​ຄູໂດຍ​ສະ​ເພາະ ສົກ​ປີ 2017-2018 ໄດ້​ໂກ​ຕາ​ລັດ​ຖະ​ກອນ 1.850 ຄົນ ແຕ່​ຕົວ​ເລກ​ສູນ​ເສຍ​ແມ່ນ 2.700 ກວ່າ​ຄົນ ແລະ ສົກ​ປີ 2018-2019 ໄດ້​ໂກ​ຕາ 930 ຄົນ ຕົວ​ເລກ​ສູນ​ເສຍ​ແມ່ນ 3.000 ກວ່າ​ຄົ.

ເຊິ່ງ​ສາ​ເຫດ​ຂອງ​ການ​ສູນ​ເສຍ​ ແມ່ນ​ການ​ເຄື່ອນ​ຍ້າຍ​ລະ​ຫວ່າງ​ຂະ​ແໜງ​ການ, ເຄື່ອນ​ຍ້າຍ​ຈາກ​ອາ​ຊີບ​ຄູ ໄປ​ຢູ່​ຂະ​ແໜງ​ການ​ອື່ນ ເຊິ່ງ​ເປັນ​ບັນ​ຫາ​ຢູ່​ໃນ​ຂົງ​ເຂດ​ນັ້ນ ເນື່ອງ​ຈາກວ່າ ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ຄູ​ເຫລົ່​ານັ້ນ​ບາງ​ເທື່ອຍັງ​ບໍ່ທັນ​ເລິກ​ເຊິ່ງ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ, ທ່ານ​ໄດ້​ສະ​ເໜີ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ ສືບ​ຕໍ່​ເອົາ​ໃຈ​ໃສ່​ໃນ​ການປະ​ຕິ​ບັດ​ນະ​ໂຍ​ບາຍ, ໃຫ້​ນາມ​ມະ​ຍົດ ແລະ ເລື່ອນ​ຊັ້ນ​ໃຫ້​ຄູຢ່າງ​ເປັນ​ປົກ​ກະ​ຕິ, ພ້ອ​ມ​ທັງ​ສະ​ເໜີ​ໃຫ້​ກວດ​ກາ​ຄືນ ​ການ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ນັບ​ແຕ່ມື້​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາ​ເຖິງ​ປັດ​ຈຸ​ບັນ ວ່າ​ໄດ້​ຮັບ​ໝາກ​ຜົນ​ໜ້ອຍ​ຫລາຍ​ຊ່ຳ​ໃດ ແລະ ສະ​ເໜີ​ ໃຫ້​ບັນ​ດາ​ກະ​ຊວງ ທີ່​ມີ​ໂຮງ​ຮຽນ ແລະ ສູນ​ຝຶກ​ອົບ​ຮົມ​ຕ່າງໆ ໄດ້​ຮ່ວມ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ຊອກ​ຊ່ອງ​ທາງ ແລະ ວິ​ທີ​ການ​ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໃນ​ແຕ່​ລະ​ຂົງ​ເຂດ​ວຽກ​ງານ ເພື່ອ​ຮັບ​ປະ​ກັນ​ທັງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະພາບ.

ພ້ອມດຽວກັນ, ສ​ສ​ຊ ຫລາຍ​ທ່ານ​ ກໍ​ໄດ້​ສະ​ເໜີ​ລັດ​ຖະ​ບານ​ແກ້​ໄຂ ບັນ​ຫາ​​ໂກ​ຕ້າ​ລັດ​ຖະ​ກອນ​ໃນ​ຂົງ​ເຂດ​ບູ​ລິ​ມະ​ສິດ ຕ້ອງ​ມີ​ການ​ເລືອກ​ເຟັ້ນ​ເອົາ​ພະ​ນັກ​ງານ ​ໃສ່​ແຕ່​ລະ​ຂົງ​ເຂດ​ໃຫ້​ເໝາະ​ສົມ ໂດຍ​ສະ​ເພາະ​ຢູ່​ເຂດ​ຊົນ​ນະ​ບົດ​ພູ​ດອຍ ເປັນ​ຕົ້ນ​ແມ່ນວິ​ຊາ​ການ ​ຂົງ​ເຂດ​ກະ​ສິ​ກຳ, ແພດ​ໝໍ ແລະ ຄູ​ສອນ, ຄວນ​ເບິ່ງ​ຄືນ​ຄວາມ​ສອດ​ຄ່ອງ​ລະ​ຫວ່າງ ວິ​ຊາ​ທີ່​ຮຽນ​ມາເພື່ອ​ບັນ​ຈຸເຂົ້າ​ແຕ່​ລະ​ຂະ​ແໜງ​ການ​ຢ່າງ​ເໝາະ​ສົມ, ສະ​ເໜີ​ໃຫ້​ເພີ່ມ​ງົບ​ປະ​ມານ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ​ບັນ​ຫາ​ສຳ​ຄັນ​ອື່ນໆ ​ຈຳ​ນວນ​ໜຶ່ງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: