ປະຊາຊົນ​ບ້ານ​ພະ​ໂພ​ ມອບ​ສັດປ່າ​ຫວງ​ຫ້າມ​ໃຫ້​ພາກ​ລັດ​ເພື່ອ​ປ່ອຍ​ສູ່​ທຳ​ມະ​ຊາດ

ຢູ່ ຫ້ອງການກອງກວດກາປ່າໄມ້, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກໄດ້ມີ ພິທີມອບ – ຮັບສັດປ່າປະເພດ ຫວງຫ້າມບັນຊີ 1 ເຊິ່ງແມ່ນ ໝີຄວາຍ (ເໝືອຍ) 1 ໂຕເພດ ແມ່ອາຍຸ 4 ປີມີນ້ຳໜັກ 25 ກິໂລ ແລະ ສັດປ່າປະເພດຄຸ້ມຄອງ ບັນຊີ 2 ລີງ ຈຳນວນ 2 ໂຕເພດຜູ້ ແລະ ເພດແມ່ ອາຍຸ 5 ປີໃຫ້ຄືນສູ່ການຄຸ້ມຄອງຂອງລັດ, ກ່າວມອບໂດຍ ທ່ານ ພີມພອນ ແກ້ວພອນຈັນ ປະຊາຊົນບ້ານພະໂພ, ເມືອງ ປະທຸມພອນ, ແຂວງຈຳປາ ສັກ ແລະ ກ່າວ ຮັບໂດຍຜູ້ຕາງໜ້າກອງກວດກາປ່າໄມ້ ແຂວງ.

ສັດປ່າຫວງຫ້າມ ດັ່ງກ່າວ ຈະໄດ້ມອບຕໍ່ໃຫ້ສວນ ສັດແຂວງຫຼວງພະບາງເປັນຜູ້ນຳໄປບໍາບັດ ແລະ ປ່ອຍ ຄືນສູ່ປ່າສະຫງວນທຳມະຊາດຕໍ່ໄປ, ຕາມຂໍ້ຕົກລົງ ຂອງ ກອງກວດກາປ່າໄມ້.ປະຊາຊົນ​ບ້ານ​ພະ​ໂພ​ມອບ​ສັດປ່າ​ຫວງ​ຫ້າມ​ໃຫ້​ພາກ​ລັດ​ເພື່ອ​ປ່ອຍ​ສູ່​ທຳ​ມະ​ຊາດ

ສັດປ່າດັ່ງກ່າວໃນເມື່ອ ກ່ອນແມ່ນຢູ່ໃນການຄຸ້ມຄອງຂອງທ່ານ ພີມພອນ, ປະຊາຊົນບ້ານພະໂພ, ເປັນຜູ້ຊື້ຈາກ ປະຊາຊົນມາລ້ຽງໄວ້.

ແຕ່ດ້ວຍຄວາມຕື່ນຕົວສະໝັກໃຈປະຕິບັດຕາມລະບຽບກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໃຫ້ລັດຄຸ້ມຄອງ ແລະ ນຳໄປປ່ອຍຄືນສູ່ທຳມະຊາດ.

ໃນໂອກາດນີ້, ທ່ານ ຮອງ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກໄດ້ ຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ ມີສັດປ່າປະເພດຫວງຫ້າມ ໄວ້ໃນການຄອບຄອງ ຫຼື ລ້ຽງໄວ້ໂດຍບໍ່ໄດ້ຮັບອະນຸຍາດນັ້ນ ໃຫ້ຕື່ນຕົວນຳມາມອບຄືນໃຫ້ລັດເພື່ອ ນຳໄປປ່ອຍຄືນສູ່ທຳມະຊາດຕາມລະບຽບກົດໝາຍ./.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...