ຂໍຂອບໃຈນຳຜູ້ສະໜັບສະໜູນ

ລັດຖະບານ ລາວ ກໍຄື ​ມະຫາວິທະຍາ​ໄລ​ ແຫ່ງ​ຊາດ, ໂຮງຮຽນ​ ພອນ​ສະຫວັນ, ຊົນ​ເຜົ່າ ແລະ ໂຮ​ງຮຽນ​ກຽດຕິ​ສັກ​ ນາໆ​ຊາດ ໄດ້ສຳເລັດການເປັນເຈົ້າພາບ ຈັດ​ກິດຈະກຳ​ ເປີດ​ຄ້າຍ​ ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​ແລ້ງ ຄັ້ງ​ທີ III ຢູ່ ນະຄອນຫລວງວຽງຈັນ ໃນວັນທີີ 6 ມິຖຸນາ 2019 ແລະ ມອບຕໍ່ ໃຫ້ປະເທດຫວຽດນາມ ເປັນເຈົ້າພາບຈັດງານໃນຄັ້ງຕໍ່ໄປ ໃນປີ 2020.

ທ່ານ ຄຳ​ພຸດ ພົມມະ​ສອນ ຜູ້ອຳ​ນວຍ​ການ ໂຮງຮຽນ​ພອນ​ສະຫວັນ ຊົນ​ເຜົ່າ ກ່າວ​ວ່າ:

ການຈັດງານໃນຄັ້ງນີ້, ໄດ້ດຳເນີນໃນ​ລະຫວ່າງ​ວັນ​ທີ 3-7 ມິຖຸນາ 2019  ເຊິ່ງມີ​ນັກຮຽນຊັ້ນມັດທະຍົມ ແລະ ກຽມມະຫາວິທະຍາໄລ ​ຫລາຍ​ກວ່າ 60 ຄົນ ຈາກ 7 ປະ​ເທດ​ອາ​ຊຽນ ມີ ສປປ ລາວ, ຫວຽດນາມ, ໄທ, ມາເລ ເຊຍ, ມຽນມາ, ຟີລິບປິນ ແລະ ສິງກະໂປເຂົ້າ​ຮ່ວມ, ເຊິ່ງບັນດານັກຮຽນຈາກບັນດາປະເທດອາຊຽນ ​ໄດ້​ຮຽນ​ຮູ້​, ແລກປ່ຽນບົດຮຽນ, ແລກປ່ຽນ​ວັດທະນະທຳ ເຊິ່ງກັນ ແລະ ກັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກນັ້ນ, ຍັງໄດ້​ຮຽນ​ຮູ້​ວິ​ຖີການ​ດຳລົງ​ຊີວິດ, ຮີດຄອງ​ປະ​ເພນີ, ຂອງປະຊາຊົນລາວ ບັນດາເຜົ່າ, ໄດ້ໄປທັດສະນະສຶກສາ ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳ ຢູ່ນະຄອນ ຫລວງວຽງຈັນ ແລະ ຫຼິ້ນກິດຈະກຳ​ຮ່ວມກັນຢ່າງຄຶກຄື້ນມ່ວນຊື່ນ ເປັນຕົ້ນ ສະແດງສິລະປະ, ຟ້ອນ, ເຕັ້ນ ແລະ ອື່ນໆ.

ໃນການຈັດກິດຈະກຳດັ່ງກ່າວ, ເປັນການປະກອບສ່ວນ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະເທດອາຊຽນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້