ຄຳຕອບຂອງ ລມຕ ກະຊວງແຜນການ ແລະ ການລົງທຶນ ຕໍ່ການຊັກຖາມ ຂອງ ສສຊ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ

ມື້ທີສາມ ໃນວາລະດຳເນີນ ຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງ ຊາດຊຸດ ທີ່ VIII ໃນພາກເຊົ້ານີ້ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຄຳຊີ້ແຈງ ຕໍ່ການຊັກຖາມຂອງບັນດາ ສະມາຊິກ ສະພາແຫ່ງຊາດ (ສສຊ) ບາງບັນຫາ ທີ່ຍັງບໍ່ທັນຈະແຈ້ງ ໂດຍສະເພາະແມ່ນ ບັນຫາກ່ຽວກັບການຄາດຄະເນການເຕີບໂຕຂອງເສດຖະກິດ ໃນປີ 2019 ຫລື GDP ໃນການຈັດຕັ້ງປະຕິບັດ 3 ເດືອນຜ່ານມາ ຂອງບາງຂະແໜງການຍັງປະຕິບັດບໍ່ໄດ້ຕາມແຜນ.

ທ່ານລັດຖະມົນຕີ ໄດ້ໃຫ້ຄຳຊີ້ແຈງຂອງບາງຂະແໜງການ ຍັງປະຕິບັດບໍ່ໄດ້ຕາມແຜນ ກ່ຽວກັບຂະແໜງກະສິ ກຳ ເປັນຕົ້ນ ການຜະລິດເຂົ້ານາແຊງ ທີ່ລັດຖະບານກຳນົດໃຫ້ໄດ້ 100.000 ເຮັກຕາ ໃນປີນີ້ບໍ່ໄດ້ຕາມແຜນ ຍ້ອນໄພພິບັດທາງທຳມະຊາດ ແລະ ການຟື້ນຟູໄພນ້ຳຖ້ວມ ໃນປີຜ່ານມາຊັກຊ້າ ເຮັດໃຫ້ການຮັບປະກັນນ້ ຳໃນຊົນລະປະທານ ແລະ ແນວປູກອື່ນໆຍັງບໍ່ທັນພຽງພໍ, ຖ້າຫາກ ວ່າປີນີ້ບໍ່ເກີດໄພທຳມະຊາດຕື່ມ, ດິນຟ້າອາກາດດີ ຄາດວ່ານາປີ ປີນີ້ ກໍຈະມີໂອກາດໄດ້ທົດແທນ ສິ່ງທີ່ຫາຍໄປ ໃນການຜະລິດເຂົ້ານາແຊງ.

ສຳລັບຂະແໜງອຸດສາຫະກຳ ການຂະຫຍາຍຕົວກໍຍັງສືບຕໍ່ແຕ່ບໍ່ສູງ ຖ້າທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເຫັນວ່າ ຍັງຫລຸດລົງຈາກ 1,3% ມາເປັນ 0,7% ແລະ ການກໍ່ສ້າງຕ່າງໆກໍໄດ້ຫລຸດລົງ ປີຜ່ານມາແມ່ນ 1,6% ສຳລັບປີນີ້ 1,3%. ແຕ່ແນວໃດກໍ່ຕາມ ການຈັດຕັ້ງປະຕິບັດແຜນການຂອງໄຕມາດ 2, 3 ແລະ 4 ພວກເຮົາຈະສຸມໃສ່ການຜະລິດໃຫ້ເພີ່ມຂຶ້ນ.

ບາງວຽກງານໂຄງການໃຫຍ່ໆ ໄດ້ມີການເພີ່ມຂຶ້ນ ເປັນຕົ້ນ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ປີ 2018 ການຈັດຕັ້ງປະຕິບັດໄດ້ 832 ລ້ານໂດລາສະຫະລັດ, ປີ 2019 ໄດ້ 712 ລ້ານໂດລາສະຫະລັດ ຖືວ່າຫລຸດລົງໜ້ອຍ ແຕ່ແນວໃດກໍດີ ການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງລົດໄຟ ແມ່ນສຳເລັດ 71% ແລະ ຄາດວ່າປີ 2021 ຈະສຳເລັດຕາມແຜນ.

ດ້ານວຽກງານບໍລິການຫລຸດລົງເລັກໜ້ອຍ ໂດຍສະເພາະແມ່ນຂະແໜງການພັກພາອາໄສ ຍ້ອນການເຂົ້າມາ ຂອງນັກທ່ອງທ່ຽວ ໃນປີນີ້ ຍັງບໍ່ສູງຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ ເຖິງ 0,5%.

ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມວ່າ:

ການຈັດຕັ້ງປະຕິບັດແຜນປີ 2019 ຂອງການລົງທຶນຂອງລັດ ເຫັນວ່າມີທວງທ່າທີ່ດີຂຶ້ນ ເປັນຕົ້ນ ໄດ້ກວດຜ່ານ ເອກະສານ ການສຳລະສະສາງ ໄດ້ 1.627 ຕື້ກີບ, ແຕ່ການຊຳລະສະສາງ ຍັງປະຕິບັດບໍ່ໄດ້ຕາມແຜນ ເນື່ອງຈາກ ລາຍຮັບງົບປະມານ ບໍ່ທັນກັບຄວາມຕ້ອງການ ເຊິ່ງຊຳລະໄດ້ພຽງ 262 ຕື້ກີບ.

ການຈັດຕັ້ງປະຕິບັດໂຄງການ ODA ໃນການຊ່ວຍເຫລືອ ແລະ ກູ້ຢືມ ໄດ້ປະຕິບັດຕາມແຜນ ໃນ 3 ເດືອນຜ່ານມາ ສາມາດປະຕິບັດໄດ້ 1.895 ຕື້ກີບ ເທົ່າກັບ 26% ຂອງແຜນການ. ການສົ່ງເສີມການລົງທຶນຂອງພາກເອ ກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ສູນກາງ ແລະ ທ້ອງຖິ່ນບັນລຸໄດ້ 1.266 ໂຄງການ ດ້ວຍທຶນຈົດ ທະບຽນ 4.735 ລ້ານໂດລາສະຫະລັດ.

ສະນັ້ນ, ເບິ່ງທວງທ່າການລົງທຶນຂອງຕ່າງປະເທດ ຄາດວ່າຈະສາມາດເຮັດໃຫ້ການຈັດຕັ້ງປະຕິບັດການເຕີບໂຕ ທາງເສດຖະກິດຂອງລາວ ມາຈາກຂະແໜງການລົງທຶນຂອງພາກເອກະຊົນ ຈະເປັນປັດໄຈທີ່ສຳຄັນ ໃຫ້ແກ່ການຍູ້ ການຂະຫຍາຍຕົວຂອງເສດຖະກິດເຮົາ ເຖິງວ່າການລົງທຶນຂອງລັດຈະມີຈຳນວນບໍ່ຫລາຍກໍ່ຕາມ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...