Wednesday, July 9, 2025
Kbank Laos โอน รับ จ่าย

4 ເດືອນຜ່ານມາ ລັດຖະບານເກັບລາຍຮັບໄດ້ 6,3 ພັນຕື້ກີບ

ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 4 ເດືອນ ຕົ້ນປີນີ້ສາມາດປະຕິບັດໄດ້ທັງໝົດ 6.320 ຕື້ກີບ ເທົ່າກັບ 24% ຂອງແຜນ ການປີ ແລະລາຍຈ່າຍແມ່ນ 6.668 ຕື້ກີບ ເທົ່າກັບ 19,9% ຊຶ່ງຄາດວ່າເມື່ອຮອດເຄິ່ງປີທົ່ວປະເທດຈະສາມາດຈັດເກັບລາຍຮັບໄດ້ປະມານ 12.965 ຕື້ກີບ ຫຼືເທົ່າກັບ 49,2% ຂອງແຜນການປີໃນນັ້ນລາຍຮັບພາຍໃນໃຫ້ໄດ້ 12 ພັນຕື້ກວ່າກີບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ລາຍງານຕໍ່ກອງປະຊຸສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ໂດຍລວມແລ້ວສະພາບເສດຖະກິດຍັງສືບຕໍ່ເຕີບໂຕໃນລະດັບດີເມື່ອທຽບກັບປະເທດໃນພາກພື້ນ ແລະສາກົນ, ແຕ່ຢູ່ໃນຈັງວະທີ່ຊ້າລົງຖ້າທຽບໃສ່ຫຼາຍປີຜ່ານມາສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2019 ທີ່ສະພາແຫ່ງຊາດໄດ້ຮັບຮອງປະກອບມີແຜນລາຍຮັບ 26,305 ຕື້ກີບ ໃນນີ້ລາຍຮັບພາຍໃນ 24.240 ຕື້ກີບ, ແຜນລາຍຈ່າຍ 33.394 ຕື້ກີບ ແລະການຂາດດຸນ 7.088 ຕື້ກີບ ເທົ່າກັບ 4,28% ຂອງຈີດີພີ.

ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 4 ເດືອນຜ່ານມານັບແຕ່ວັນທີ 1 ເດືອນ ມັງກອນ ຫາ ວັນທີ 30 ເມສາ 2019 ສາມາດຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດໄດ້ທັງໝົດ 6.320 ຕື້ກີບ ເທົ່າ ກັບ 24% ຂອງແຜນການປີ. ໃນນີ້ລາຍຮັບພາຍໃນປະຕິບັດໄດ້ 6.242 ຕື້ກວ່າກີບ ເທົ່າກັບ 25,7% (ສູນກາງປະຕິບັດໄດ້ 5.055 ຕື້ກີບ ເທົ່າກັບ 26,34% ແລະທ້ອງຖິ່ນ 1.187 ຕື້ກີບ ເທົ່າກັບ 23,52%) ແລະລາຍຮັບຈາກການຊ່ວຍເຫຼືອລ້າ 78,8 ຕື້ກີບ ເທົ່າກັບ 3,82% ຂອງແຜນການປີ.

ສ່ວນດ້ານລາຍຈ່າຍແຜນລາຍຈ່າຍປະຈໍາປີ 2019 ມີທັງໝົດ 33.394 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໃນ 4 ເດືອນຜ່ານມາມີທັງໝົດ 6.668 ຕື້ກີບ ເທົ່າກັບ 19,9% ຂອງແຜນການປີໃນນີ້ສູນກາງປະຕິບັດໄດ້ 4.727 ຕື້ກີບ ເທົ່າ ກັບ 19,6% ແລະ ທ້ອງຖິ່ນປະຕິບັດໄດ້ 1.941 ຕື້ກີບ ເທົ່າກັບ 20,8% ໃນນີ້ລາຍຈ່າຍເງິນເດືອນ ແລະເງິນອຸດໜູນ 3.479 ຕື້ກີບ ເທົ່າກັບ 31,49%, ລາຍຈ່າຍບໍລິຫານແມ່ນຢູ່ໃນລະດັບ 10,7%, ລາຍຈ່າຍຊໍາລະໜີ້ສິນພາຍໃນ ແລະຕ່າງ ປະເທດ 24,6% ແລະລາຍຈ່າຍລົງທຶນ ພາຍໃນ ແລະຕ່າງປະເທດ 13%;

ສໍາລັບດ້ານການດຸ່ນດ່ຽງງົບປະມານຜ່ານການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ 4 ເດືອນຜ່ານມາມີການຂາດ ດຸນ 347 ຕື້ກີບ, ນອກນີ້ຍັງມີການທົດແທນຄືນໜີ້ສິນພາຍໃນ ແລະຕ່າງປະເທດຢູ່ແຫຼ່ງດຸ່ນດຽ່ງ 2.432 ຕື້ກີບ, ການລະດົມທຶນເພື່ອມາດຸ່ນດ່ຽງງົບປະມານສາມາດປະຕິບັດໄດ້ 3.453 ຕື້ກີບ ເທົ່າກັບ 19,6% ຂອງແຜນການປີ.

ແນວໃດກໍຕາມເພື່ອເຮັດໃຫ້ແຜນງົບປະມາແຫ່ງລັດໃນປີ 2019 ນີ້ບັນລຸໄດ້ຕາມລະດັບຄາດໝາຍ,ໃນ 6 ເດືອນຕົ້ນປີລັດໄດ້ຄາດຄະເນລາຍຮັບງົບປະມານຈະປະຕິບັດໄດ້ 12.965 ຕື້ກີບ ເທົ່າກັບ 49,2% ຂອງແຜນການປີໃນນີ້ລາຍຮັບພາຍໃນ 12.128 ຕື້ກີບ ເທົ່າກັບ 50% ແລະ ລາຍຮັບຈາກການຊ່ວຍ ເຫຼືອລ້າ 834 ຕື້ກີບ ເທົ່າກັບ 40%; ສ່ວນລາຍຈ່າຍຄາດວ່າຈະປະຕິບັດໄດ້ 14.127 ຕື້ກີບ ເທົ່າກັບ 42% ໃນນີ້ລາຍຈ່າຍເງິນເດືອນ ແລະເງິນອຸດໜູນ 5.500 ຕື້ກີບ ເທົ່າກັບ 49%, ລາຍຈ່າຍບໍລິຫານ 27,6% ລາຍຈ່າຍຊໍາລະໜີ້ສິນ 60% ແລະລາຍຈ່າຍລົງທຶນພາຍໃນ ແລະ ຕ່າງປະເທດ 40,3%.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.