ແຂວງເຊກອງ ກວດພົບຢາບໍ່ຂຶ້ນທະບຽນເກືອບ 50 ລາຍການ

ພາບປະກອບ

ກອງປະຊຸມສະຫຼຸບວຽກງານກວດກາອາຫານ ແລະຢາປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ໄດ້ ຈັດຂຶ້ນໃນວັນທີ 4 ມິຖຸນານີ້ທີ່ຫ້ອງປະ ຊຸມພະແນກສາທາລະນະສຸກແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ,ມີຄະນະກໍາມະການຄຸ້ມຄອງອາ ຫານ ແລະຢາຂັ້ນແຂວງ-ຂັ້ນເມືອງ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບ

ໃນວາລະກອງປະຊຸມ, ທ່ານ ນາງ ມະໂນລາ ສຸດທິຈັກ ຫົວໜ້າຂະແໜງອາຫານ ແລະຢາແຂວງເຊກອງໄດ້ລາຍ ງານໃຫ້ຮູ້ວ່າ: ຂະແໜງອາຫານ ແລະ ຢາ ແມ່ນໜ່ວຍງານໜຶ່ງທີ່ສໍາຄັນເຮັດໜ້າທີ່ໃນການຄຸ້ມຄອງການຈໍລະຈອນ ແຈກຢາຍ ແລະຈໍາໜ່າຍຢາ-ອຸປະກອນການແພດ, ເຄມີຄວບຄຸມພິເສດ, ນໍ້າຢາ ເຄມີ, ຊັບພະຍາກອນທໍາມະຊາດທີ່ເປັນຢາ, ອາຫານ ແລະເຄື່ອງດື່ມເພື່ອຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, ຕໍ່ການບໍລິໂພກອາຫານ ແລະ ຢາຕາມນະໂຍບາຍຂອງພັກ-ລັດຖະບານ ກໍຄືກະຊວງສາທາລະນະສຸກວາງອອກ.

ພາບປະກອບ

ໂດຍໃນປີ 2018 ຜ່ານມາ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງກໍຄືຄະນະກໍາມະການຄຸ້ມຄອງອາຫານ ແລະຢາລົງກວດກາຮ້ານຂາຍຢາເອກະຊົນຈໍານວນ 20 ຮ້ານ, ພົບຜູ້ຊ່ວຍທີ່ບໍ່ໄດ້ຮັບອະນຸຍາດຈໍານວນ 2 ຮ້ານ, ໃບທະບຽນວິຊາຊີບໝົດອາຍຸ 8 ຮ້ານ, ລວມມູນຄ່າຢາທີ່ບໍ່ຂຶ້ນທະບຽນໃນການກວດກາທັງໝົດ 10 ຮ້ານ ເທົ່າກັບ 47 ລາຍການມູນຄ່າ 3,5 ລ້ານກວ່າກີບ,ນອກນັ້ນຍັງໄດ້ລົງກວດ ກາອາຫານສໍາເລັດຮູບ 3 ຄັ້ງຈໍານວນ 103 ຮ້ານ,ກວດການໍ້າຫວານ-ເຂົ້າໜົມຢູ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນ 2 ຄັ້ງ,ລົງກວດກາອາຫານສຸກປຸງແຕ່ງຢູ່ໂຮງແຮມຈໍານວນ 3 ຄັ້ງ ແລະລົງກວດກາ-ວິໄຈຂັ້ນພື້ນຖານອາ ຫານສົດ ແລະ ສໍາເລັດຮູບ 6 ຄັ້ງລວມທັງໝົດ 195 ລາຍການຊຶ່ງໃນນີ້ໄດ້ຜ່ານເກນມາດຖານ 193 ລາຍການເທົ່າກັບ 99% ແລະບໍ່ຜ່ານ 2 ລາຍການເທົ່າກັບ 1%.

ພາບປະກອບ

ນອກນັ້ນຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ໂຮງງານຖອດຮີດເຄືອແຮມຢູ່ 2 ຕົວເມືອງຄື: ເມືອງລະມາມ-ເມືອງທ່າ ແຕງ, ລົງກວດກາໂຮງງານນໍ້າດື່ມໂດຍທົ່ວແຂວງມີໂຮງງານຜະລິດນໍ້າດື່ມທັງໝົດ 12 ແຫ່ງ, ຂຶ້ນທະບຽນກອຢມີ 3 ແຫ່ງ, ບໍ່ຂຶ້ນທະບຽນ 9 ແຫ່ງ ແລະກໍາລັງຂໍຂຶ້ນທະບຽນ 3 ແຫ່ງ.

ກອງປະຊຸມຍັງໄດ້ຜ່ານທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ຮັບຟັງການປະກອບຄໍາຄິດຄໍາເຫັນຂອງຫ້ອງການສາທາລະນະສຸກເມືອງ, ຄະ ນະກໍາມະການຄຸ້ມຄອງອາຫານ ແລະຢາຂັ້ນແຂວງ, ບັນດາພະແນກການກ່ຽວກັບການຈັດຕັ້ງປະຕິບັດວຽກ ງານໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ, ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດດີຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...