ເຂື່ອນຫ້ວຍເຫາະ ໂຄງການເອກະຊົນໃຫຍ່ອັນດັບ 2 ໃນ ສປປ.ລາວ

ທ່ານ ສີຈັນ ຍາບັນດິດ ຜູ້ອໍານວຍການບໍລິສັດ ແລະຫົວໜ້າເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງອັດຕະປືວ່າ:

ໂຄງການເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະແມ່ນເປັນໂຄງການຂອງບໍລິສັດເອກະຊົນອັນດັບທີ 2 ຢູ່ ສປປ ລາວ ມີທີ່ຕັ້ງຢູ່ສາຍພູຫຼວງກວມເອົາ 2 ແຂວງ ຄື: ແຂວງຈຳປາສັກ ແລະແຂວງ ອັດຕະປືເປັນເຂື່ອນປະເພດອ່າງ ໂຕ່ງເກັບນໍ້າ, ໂຕເຂື່ອນມີຄວາມສູງ 79 ແມັດ, ສາມາດເກັບນໍ້າໄດ້ 615 ລ້ານແມັດກ້ອນ ແລະມີເນື້ອທີ່ອ່າງ ເກັບນໍ້າ 37,5 ກິໂລແມັດ, ສາຍສົ່ງແຮງສູງ 230 ກິໂລໂວນ, ເພື່ອສົ່ງໄຟຟ້າຂາຍໄປຍັງປະເທດໄທມີຄວາມຍາວ 161 ກິໂລແມັດ ແລະສົ່ງໄຟຟ້າເຂົ້າລະບົບຂອງໄຟຟ້າ ລາວ ເພື່ອຊົມໃຊ້ພາຍໃນປະເທດກໍຄືຊົມໃຊ້ພາຍໃນແຂວງອັດຕະປື.

ໂຄງການເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະໄດ້ເຊັນສັນຍາສຳປະທານໃນຄັ້ງວັນທີ 23 ກັນຍາ ປີ 1993 ແລະເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນປີ 1994 ໄດ້ເປີດຂາຍໄຟຟ້າເປັນທາງການໃນວັນທີ 3 ກັນຍາ ປີ 1999 ແລະສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 433 ລ້ານ KWh ຕໍ່ປີ.

ໂຄງການເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະເປັນໂຄງການຂະໜາດໃຫຍ່ໃນ ສປປ ລາວ, ຊຶ່ງມີກຳລັງຕິດຕັ້ງ 152 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 433 ກິກາວັດໂມງຕໍ່ປີ, ສໍາເລັດການກໍ່ສ້າງໃນເດືອນກັນຍາປີ 1999, ລວມມູນຄ່າການກໍ່ສ້າງ ໂຄງການທັງໝົດ 195 ລ້ານໂດລາສະຫະລັດ.

ບໍລິສັດເຂື່ອນໄຟຟ້າຫ້ວຍເຫາະປະກອບມີ 3 ຂາຮຸ້ນຄື:

ລັດວິສາຫະກິດຖືຮຸ້ນລາວ (EDL) ໃນນາມລັດຖະບານລາວຖືຮຸ້ນ 20%, ບໍລິສັດ ໂກຮກຣຸບ (Glow Group) ປະເທດໄທຖືຮຸ້ນ 67,25% ແລະບໍລິ ສັດ WHA Energy 2 ປະເທດ ໄທຖືຮຸ້ນ 12,75%.

ຕະຫຼອດໄລຍະອາຍຸສຳປະທານ 30 ປີ ລັດຖະບານໄດ້ຮັບຜົນປະໂຫຍດທາງກົງຈາກການເກັບຄ່າຝາກຫຼວງ, ອາກອນລາຍຮັບ, ອາກອນເງິນເດືອນປະມານ 600 ລ້ານກີບຕໍ່ປີທີ່ມອບໃຫ້ແຂວງອັດຕະປື, ນອກຈາກນັ້ນ, ຍັງມີຜົນປະໂຫຍດທາງອ້ອມຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນທ້ອງຖິ່ນເປັນຕົ້ນແມ່ນ:

ພາບປະກອບ

ສ້າງວຽກເຮັດງານທຳໄລຍະກໍ່ສ້າງ ແລະ ໄລຍະການຜະລິດໄດ້ມີການຈັດສັນເຮືອນຢູ່ຖາວອນໃນ 11 ໝູ່ບ້ານ, ທີ່ເຄື່ອນຍ້າຍຈາກເຂດອ່າງນໍ້າ ແລະ ປ່າສະຫງວນກໍ່ສ້າງ ແລະຕໍ່ເຕີມໂຮງຮຽນໃຫ້ໝູ່ບ້ານ, ກໍ່ສ້າງສຸກສາລາ, ສະໜອງຢາປົວພະຍາດ, ສະໜອງເງິນເພື່ອຟື້ນຟູຊີວິການເປັນຢູ່ຂອງປະຊາຊົນ ແລະ ສະໜອງທຶນການສຶກສາວິຊາຊີບປີລະ 4 ທຶນ.

ຄຽງຄູ່ກັບຜົນສຳເລັດການຈັດຕັ້ງປະຕິບັດໂຄງການ ທ່ານ ສີຈັນ ຍາບັບດິດ ຍັງກ່າວຕື່ມວ່າ: ສຳລັບແຜນສືບຕໍ່ໃນຕໍ່ໜ້ານີ້ຈະໄດ້ຕັ້ງໜ້າເຮັດໜ້າທີ່ວິຊາສະເພາະໃຫ້ໜັກແໜ້ນຂຶ້ນຕື່ມເປັນຕົ້ນ: ການຕິດຕາມກວດກາປະຕິບັດງານການຄຸ້ມຄອງປົກປັກຮັກສາອ່າງໂຕ່ງ, ລະບົບໂຕເຂື່ອນ, ສາຍສົ່ງ ແລະ ວຽກ ປິ່ນອ້ອມອື່ນໆທີ່ກ່ຽວຂ້ອງເພື່ອນໍາສະເໜີລາຍງານລັດຖະບານຮັບຊາບ, ຕິດຕາມການດຳເນີນການຜະລິດ ແລະ ປະຕິບັດພັນທະຕ່າງໆຕາມທີ່ກໍານົດໄວ້ໃນສັນຍາສຳປະທານເພື່ອເຮັດໃຫ້ການດຳເນີນງານຂອງໂຄງການໃຫ້ມີປະສິດທິພາບ ແລະເປັນໄປຕາມແຜນການທີ່ວາງໄວ້.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...