ກອງປະຊຸມໃຫຍ່ຄັ້ງທີ 5 ຂອງສະມາຄົມໂຮງແຮມ,ເຮືອນພັກ ແລະຮ້ານອາຫານ ແຂວງຈຳປາສັກ

ກອງປະຊຸມໃກຍ່ຄັ້ງທີ 5 ຂອງສະມາຄົມໂຮງແຮມ,ເຮືອນພັກ ແລະຮ້ານອາຫານ ແຂວງຈຳປາສັກໄຂຂື້ນໃນຕອນບ່າຍ ຢູ່ທີ່ໂຮງແຮມຈຳປາສັກແກຣນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກ, ມີຮອງຫົວໜ້າພະແນກ ຖວທ ແຂວງ,ປະທານ,ຮອງປະທານ ຄະນະບໍລິຫານງານ ແລະ ສະມາຊິກສະມາຄົມໂຮງແຮມ,ເຮືອນພັກ ແລະຮ້ານອາຫານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ທ່ານ ທຸຍ ເພັດສະຫວັນ ປະທານສະມາຄົມໂຮງແຮມ,ເຮືອນພັກ ແລະຮ້ານອາຫານ ແຂວງຈຳປາສັກ ໄດ້ສະຫຼຸບການເຄື່ອນໄຫວຂອງສະມາຄົມໃນໄລຍະ 3 ປີທີ່ຜ່ານມາ(2116 -2018) ແລະ ທິດທາງແຜນ ການ 3 ປີຕໍ່ໜ້າ(2019-2021),ໂດຍຍົກໃຫ້ເຫັນຫຼາຍໜ້າວຽກ ທີ່ສະມາຄົມໄດ້ເອົາໃຈໃສ່ ເຊັ່ນ:

ການໂຄສະນາບັນດາໂຮງແຮມຜ່ານເວບໄຊ, ການຊອກແຫຼ່ງທຶນເຂົ້າມາຝຶກອົບຮົມ ແລະ ພັດທະນາວິຊາຊີບໃຫ້ແກ່ພະນັກງານ,ຜູ້ປະກອບການ ດ້ານໂຮງແຮມ,ເຮືອນພັກ ແລະຮ້ານອາຫານ ຊຶ່ງສ້າງພື້ນຖານເງື່ອນໄຂໃຫ້ການຮອງຮັບນັກທ່ອງທ່ຽວເດີນທາງມາຢ້ຽມຢາມທ່ອງທ່ຽວແຂວງຈຳປາສັກໃຫ້ນັບມື້ເພີ່ມຂື້ນເລື້ອຍໆ.

ໃນກອງປະຊຸມຍັງໄດ້ສະໄດ້ຜ່ານຮ່າງກົດລະບຽບຂອງສະມາຄົມໂຮງແຮມ,ເຮືອນພັກ ແລະ ຮ້ານອາຫານ ສະໄໝທີ 5 ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ອີກດ້ວຍ.

ແຫຼງຂໍ້ມູນ: MediaLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...