Tag: ບຸກເບີກດິນປູກກ້ວຍຢູ່ເມືອງນາຊາຍທອງ

ລັດ ສັ່ງດ່ວນ! ໃຫ້ຜູ້ບຸກເບີກດິນປູກກ້ວຍຢູ່ເມືອງນາຊາຍທອງ ຫັນປ່ຽນປູກພືດຊະນິດອື່ນແທນ

ລັດຖະບານກໍຄືການນຳກະຊວງກະສິກຳ ແລະປ່າໄມ້ ໄດ້ສະແດງຄວາມເປັນຫ່ວງ ແລະລົງຕິດຕາມກວດກາພື້ນທີ່ບຸກເບີກດິນເພື່ອປູກກ້ວຍຢູ່ເຂດບ້ານແສນດິນ ພ້ອມໃຫ້ຄຳເຫັນແນະນຳນັກລົງທຶນຫັນປ່ຽນໄປເປັນການປູກພືດຊະນິດອື່ນແທນການປູກກ້ວຍ ເພາະການປູກກ້ວຍຢູ່ພື້ນທີ່ດັ່ງກ່າວແມ່ນບໍ່ເໝາະສົມ ແລະອາດມີຜົນກະທົບຕໍ່ສີ່ງແວດລ້ອມ ແລະແຫຼ່ງນ້ຳ. ຫຼັງຈາກການນຳສະເໜີຂ່າວ ກ່ຽວກັບຄຳເໜີຂອງພໍ່ແມ່ປະຊາຊົນຕໍ່ນັກລົງທຶນເຂົ້າໄປບຸກເບີກດິນເຊົ່ານຳປະຊາຊົນຢູ່ບ້ານແສນດີນ ແລະບ້ານອີ່ໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອດຳເນີນການປູກກ້ວຍ ເມື່ອຕົ້ນອາທິດຜ່ານມາ ກໍນັບວ່າສ້າງຄວາມສົນໃຈເປັນຢ່າງຍີ່ງໃຫ້ກັບສັງຄົມ ເນື່ອງຈາກຜ່ານມາການປູກກ້ວຍໃນຫຼາຍແຂວງທາງພາກເໜືອແມ່ນໄດ້ມີການຢຸດຕິໄປໝົດແລ້ວ ອັນມີຜົນມາຈາກບັນຫາສີ່ງແວດລ້ອມ ທັງນີ້ຫາງສຽງປະຊາຊົນຫຼາຍຄົນຕ່າງກໍສະແດງຄວາມເປັນຫ່ວງ ພ້ອມສະເໜີໃຫ້ພາກລັດ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ລົງຕິດຕາມກວດກາໂຄງການດັ່ງກ່າວ ເພື່ອຫາວິທີແກ້ໄຂຢ່າງເໝາະສົມ. ແນວໃດກໍດີ ຕໍໍ່ກັບຂ່າວດັ່ງກ່າວທ່ານ ຄຳໄພ ພົມມະຈັນ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງນາຊາຍທອງ ເປີດເຜີຍຕໍ່ທີມຂ່າວໜັງສືພິມ ເສດຖະກິດ-ສັງຄົມ ຮູ້ວ່າ:...