Tag: ບຸນເສັນເຮືອນ

ບຸນເສັນເຮືອນ ອີກໜຶ່ງປະເພນີຂອງ ເຜົ່າໄຕ໋ດຳ

ພິທີເຮັດບຸນເສັນເຮືອນ ເປັນປະເພນີກ່ຽວກັບຄວາມເຊື່ອຂອງຜີ, ວິນຍານບັນພະບູລຸດຂອງ ຊົນເຜົ່າໄຕ໋ດຳ ເຊິ່ງເປັນພິທີທຳທີ່ຈັດຂຶ້ນເພື່ອຜີເຮືອນໄດ້ແກ່: ຜີພໍ່ແມ່, ປູ່ຍ່າ, ຕາຍາຍທີ່ລ່ວງລັບໄປແລ້ວ ແລະໄດ້ເຮັດພິທີເອົາຜີຂຶ້ນເຮືອນໂດຍຈັດໃຫ້ວາງໄວ້ຢູ່ມູມໃດມູມໜຶ່ງຂອງຫ້ອງ ຕາມປົກກະຕິ ບ່ອນນັ້ນຈະມີແກ້ວນ້ຳຕັ້ງຢູ່ ບຸນເສັນເຮືອນ ຈະມີທຸກໆ 3-5 ປີມີເທື່ອໜຶ່ງແລ້ວແຕ່ຄວາມສະດວກຂອງຄອບຄົວ ຫາກຄອບຄົວໃດມີແດ່ກໍເຮັດທຸກປີ ຍິ່ງເປັນການດີ.