Tag: ຢາກເປັນຄົນໂຊກດີ

ຢາກເປັນຄົນໂຊກດີ ຕ້ອງເຮັດແບບນີ້ !

 – ມີຮອຍຍິ້ມປະດັບເທິງໃບໜ້າ:  ຮອຍຍິ້ມແມ່ນເຄື່ອງປະດັບທີ່ງົດງາມທີ່ສຸດເທິງໃບໜ້າ ເຮົາຈະສະຫງ່າງາມສະເໝີເວລາທີ່ເຮົາຍິ້ມມາຈາກໃຈຈິງ, ບໍ່ວ່າຈະຢູ່ໃນສະຖານະການແບບໃດ ຂໍໃຫ້ຍິ້ມແຍ້ມແຈ່ມໃສໄວ້ ເພາະມັນແມ່ນການໃຫ້ກຳລັງໃຈທັງໂຕເຮົາເອງ ແລະ ຄົນອ້ອມຂ້າງ ທີ່ສຳຄັນຍັງຊ່ວຍໃຫ້ເຮົາຮູ້ສຶກຮັກໂຕເອງຫລາຍຂຶ້ນທຸກໆເທື່ອທີ່ຍິ້ມນຳອີກ.      – ເຊື່ອວ່າມື້ນີ້ຈະຕ້ອງໂຊກດີແນ່ນອນ : ຄວາມເຊື່ອມັກຈະຊົງພະລັງສະເໝີ ໂດຍສະເພາະເມື່ອທ່ານບອກໂຕເອງຊຳ້ໆດ້ວຍພະລັງບວກໃນໂຕເອງ ມື້ນີ້ທ່ານຈະມີຄວາມສຸກ, ມື້ນີ້ທ່ານຈະໂຊກດີເປັນພິເສດ ຄວາມເຊື່ອແບບນີ້ຊ່ວຍໃຫ້ທ່ານຮູ້ສຶກດີກັບໂຕເອງ ແລະ...