Thursday, March 20, 2025

ຢາກເປັນຄົນໂຊກດີ ຕ້ອງເຮັດແບບນີ້ !

 – ມີຮອຍຍິ້ມປະດັບເທິງໃບໜ້າ:  ຮອຍຍິ້ມແມ່ນເຄື່ອງປະດັບທີ່ງົດງາມທີ່ສຸດເທິງໃບໜ້າ ເຮົາຈະສະຫງ່າງາມສະເໝີເວລາທີ່ເຮົາຍິ້ມມາຈາກໃຈຈິງ, ບໍ່ວ່າຈະຢູ່ໃນສະຖານະການແບບໃດ ຂໍໃຫ້ຍິ້ມແຍ້ມແຈ່ມໃສໄວ້ ເພາະມັນແມ່ນການໃຫ້ກຳລັງໃຈທັງໂຕເຮົາເອງ ແລະ ຄົນອ້ອມຂ້າງ ທີ່ສຳຄັນຍັງຊ່ວຍໃຫ້ເຮົາຮູ້ສຶກຮັກໂຕເອງຫລາຍຂຶ້ນທຸກໆເທື່ອທີ່ຍິ້ມນຳອີກ.

     – ເຊື່ອວ່າມື້ນີ້ຈະຕ້ອງໂຊກດີແນ່ນອນ : ຄວາມເຊື່ອມັກຈະຊົງພະລັງສະເໝີ ໂດຍສະເພາະເມື່ອທ່ານບອກໂຕເອງຊຳ້ໆດ້ວຍພະລັງບວກໃນໂຕເອງ ມື້ນີ້ທ່ານຈະມີຄວາມສຸກ, ມື້ນີ້ທ່ານຈະໂຊກດີເປັນພິເສດ ຄວາມເຊື່ອແບບນີ້ຊ່ວຍໃຫ້ທ່ານຮູ້ສຶກດີກັບໂຕເອງ ແລະ ສິ່ງອ້ອມຂ້າງ ເຖິງຈະພົບເລື່ອງບໍ່ດີກໍຄິດສາວ່າ ໂຊກດີແລ້ວທີ່ບໍ່ພົບເລື່ອງຮ້າຍໄປກ່ວານີ້ ຄວາມເຊື່ອແບບນີ້ຈະກາຍເປັນຕ່ອງໂສ້ແຫ່ງຄວາມສຸກຊ່ວຍໃຫ້ທ່ານຮູ້ສຶກດີໄດ້ ຢ່າງນ້ອຍໆກໍກັບໂຕທ່ານເອງ.

     – ເປັນຜູ້ໃຫ້ : ໃນມື້ທີ່ເຮົາມີໂອກາດ ແລະ ບໍ່ໄດ້ເໜືອບ່າກ່ວາແຮງຈົນເກີນໄປ ລອງໃຫ້ບາງສິ່ງແກ່ຄົນອ້ອມຂ້າງເບິ່ງ ບໍ່ຈຳເປັນຕ້ອງເປັນສິ່ງຂອງສະເໝີໄປ ອາດເປັນຄວາມຮູ້ສຶກທີ່ເຮົາມີຕິດໂຕ  ການໃຫ້ຈະດຶງດູດຄົນທີ່ມັກການໃຫ້ຄືກັນເຂົ້າມາຫາ ທັງຍັງເຮັດໃຫ້ເຮົາຮູ້ສຶກສຸກໃຈ ທ່ານບໍ່ຈຳເປັນຕ້ອງຄາດຫວັງ ພຽງແຕ່ເຮັດຈົນຕິດເປັນນິໄສ ຮັບຮອງວ່າຊີວິດຈະມີສິ່ງດີໆເຂົ້າມາຫາແນ່ນອນ.

     – ເຮັດຄວາມຮູ້ຈັກກັບຄົນໂຊກດີ ເວົ້າກັນວ່າຄວາມໂຊກດີມັກດຶງດູດກັນ ແລະ ກັນ ຫາກທ່ານຮູ້ສຶກວ່າມີຄົນທີ່ມັກຈະໂຊກດີຢູ່ໃກ້ໆ ລອງເຂົ້າໄປເຮັດຄວາມຮູ້ຈັກ ພວກເຂົາເຫລົ່ານັ້ນມັກມີວິທີການໃຊ້ຊີວິດ, ມີມຸມມອງຄວາມຄິດທີ່ແຕກຕ່າງ ຢ່າເລີ່ມຕົ້ນດ້ວຍການປຽບທຽບໂຕເອງກັບເຂົາ, ແຕ່ລອງເປີດໃຈເຂົ້າໄປທັກທາຍເຮັດຄວາມຮູ້ຈັກ ບາງເທື່ອທ່ານອາດຈະໄດ້ເຄັດລັບຄວາມໂຊກດີຕິດມືມາແດ່ກໍເປັນໄດ້.

     – ເບິ່ງໂລກບວກ ຄິດເຂົ້າຂ້າງໂຕເອງແດ່ກໍດີ : ແນ່ນອນວ່າຊີວິດເຮົາບໍ່ໄດ້ໄຮ້ອຸປະສັກ ຫລື ຄ່ອງແຄ້ວໄປໝົດທຸກເລື່ອງ, ແຕ່ຫາກທ່ານເປັນຄົນເບິ່ງໂລກໃນແງ່ດີ ເຖິງຈະເປັນມື້ຮ້າຍໆ ທ່ານກໍຈະສາມາດຜ່ານມັນໄປໄດ້ ເຊັ່ນ : ຫາກຖືກຫົວໜ້າຕຳໜິແທນການມານັ່ງເປັນທຸກ ຫລື ຄິດຈົ່ມ ລອງໃຊ້ພະລັງບວກໃນໃຈເບິ່ງວ່າການທີ່ຫົວໜ້າຕຳໜິ ຍ້ອນເຂົາຍັງເປັນຫ່ວງ ແລະ ໃຫ້ໂອກາດ ທ່ານເຮັດວຽກເພື່ອພິສູດໂຕເອງຢູ່, ລຸກຂຶ້ນມາເຮັດໜ້າທີ່ຂອງໂຕເອງໃຫ້ດີທີ່ສຸດ ການຄິດແບບນີ້ໄດ້ຈະຊ່ວຍໃຫ້ທ່ານລອດພົ້ນຈາກມື້ຮ້າຍໆ ແລະ ພົບກັບໂຊກດີທີ່ລໍຖ້າຢູ່ປາຍທາງ.

– ບໍ່ລັງເລທີ່ຈະເຮັດສິ່ງທີ່ຕັ້ງໃຈໃນທັນທີ : ການລໍຖ້າໂອກາດເປັນສິ່ງທີ່ດີ, ແຕ່ຖ້າຫາກປ່ອຍເວລາຍືດຍາວດົນເກີນໄປ ໂອກາດທີ່ລໍຖ້າຢູ່ຂ້າງໜ້າກໍອາດຈະຫລຸດລອຍຫາຍໄປໄດ້ ຄົນໂຊກດີບໍ່ເຄີຍລໍຖ້າເວລາທີ່ເຫັນໂອກາດ ດັ່ງນັ້ນ ເມື່ອຕັ້ງໃຈຈະເຮັດສິ່ງໃດ ຂໍໃຫ້ຕັ້ງເປົ້າໝາຍ ແລະ ມຸ່ງໄປຂ້າງໜ້າທັນທີ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່