Monday, November 10, 2025
Kbank Laos โอน รับ จ่าย

ລາວ-ໄທ ຮ່ວມມືດ້ານວິຊາການ ການແພດ ຊ່ວຍ​​ໃຫ້ນັກ​ສຶກ​ສາ ແລະ ພະ­ນັກ­ງານ​ມີ​ຄວາມ​ກະ​ຕື​ລື​ລົ້ນໃນ​ການ​ຮຽນ​ຮູ້​

ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ແພດ ແລະ ໂຄງ­ການ​ສຶກ​ສາ​ທາງ​ດ້ານ​ວິ​ທະ ຍາ​ສາດ​ສຸ­ຂະ­ພາບ​ທີ່​ມະ­ຫາ​ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ​ໄລ­ຍະ 5 ປີ (2019-2024) ລະ­ຫວ່າງ​ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ ສປປ ລາວ ແລະ ມະ­ຫາ​ວິ ທະ​ຍາ​ໄລ​ທຳ​ມະ​ສາດ ຣາ​ຊະ​ອາ­ນາ­ຈັກ​ໄທ ຈັດ​ຂຶ້ນທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ລະ­ຫວ່າງ​ທ່ານ ພູ­ທອນ ວັງ​ກອນ​ວິ­ໄລ ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ (ມວ​ສ) ແລະ ທ່ານ​ນາງ ເກ­ສີ​ນີ ວິ­ທູນ​ຊາດ ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ທຳ​ມະ​ສາດ ມີ​ທ່ານ​ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຄະ­ນະ­ບໍ­ດີ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ແພດ­ສາດ ຄະ­ນະ​ທັນ​ຕະ​ແພດ­ສາດ ຄະ­ນະ​ເພ​ສັຊ​ສາດ ຄະ­ນະ​ພະ­ຍາ­ບານ​ສາດ ຄະ­ນະ​ເຕັກ­ນິກ​ການ​ແພດ​ຂອງ​ສອງ​ສະ​ຖາ​ບັນ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ສຳ­ລັບ​ການ​ຮ່ວມ​ມື​ຄັ້ງ​ນີ້​ເພື່ອ​ແລກ­ປ່ຽນ​ສົນ­ທະ­ນາ​ຮ່ວມ​ມື​ດ້ານ​ວິ­ຊາ​ການ ແລະ ກິດ­ຈະ­ກຳ​ທີ່​ສອງ​ຝ່າຍ​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຮ່ວມ​ກັນ ຈະ​ມີ​ການ​ຢ້ຽມ­ຢາມ ແລະ ແລກ­ປ່ຽນ​ຄະ­ນະ​ວິ­ຊາ​ການ ພະ­ນັກ­ງານ​ວິ­ຊາ​ການ ແລະ ພະ­ນັກ­ງານ​ບໍ­ລິ­ຫານ​ໃນ​ຂົງ­ເຂດ​ການ​ສຶກ​ສາ ການ​ຄົ້ນ­ຄວ້າ ແລະ ການ​ເຜີຍ­ແຜ່ ເພື່ອ​ສ້າງ​ການ​ເຝິກ­ອົບ­ຮົມ​ລະ­ດັບ​ຫຼັງ​ປະ­ລິນ­ຍາ​ຕີ ແລະ ການ​ເຝິກ­ອົບ­ຮົມ​ໄລ­ຍະ​ສັ້ນ ຈັດ​ກອງ​ປະ­ຊຸມ ສຳ​ມະ​ນາ ແລະ ກອງ​ປະ­ຊຸມ​ທາງ​ດ້ານ​ວິ­ທະ­ຍາ­ສາດ ໃນ​ຫົວ­ຂໍ້​ທີ່​ສົນ­ໃຈ​ຮ່ວມ​ກັນ ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ທາງ​ດ້ານ​ວິ­ຊາ​ການ ແລະ ອຸ­ປະ­ກອນ​ຕ່າງໆ ສ້າງ​ຫຼັກ­ສູດ ຫຼື​ໂຄງ­ການ​ແລກ­ປ່ຽນ​ນັກ​ສຶກ​ສາ​ໃນ​ໄລ­ຍະ​ພັກ­ແລ້ງ​ຮ່ວມ​ກັນ ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກ​ສາ ແລະ ພະ­ນັກ­ງານ​ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ສົນ­ໃຈ​ໃນ​ການ​ຮຽນ​ຮູ້​ໃນ​ແຕ່​ລະ­ສະ​ຖາ​ບັນ ເພື່ອ​ພັດ­ທະ­ນາ​ການ​ຮ່ວມ​ມື​ການ​ເຮັດ​ບົດ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ຮ່ວມ​ກັນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.