Tag: ສຸວັນນະໂຄມຄຳ

ປະຫວັດສາດ ແລະ ທີ່ມາ “ເມືອງເກົ່າສຸວັນນະໂຄມຄຳ”

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ຈຸດຕາເວັນຕົກສຸດຂອງປະເທດລາວ ຄືຫ່າງຈາກເມືອງຫ້ວຍຊາຍ ແຂວງ ບໍ່​ແກ້ວ ໄປທາງທິດຕາເວັນຕົກປະມານ 40 ກິໂລແມັດ ທາງອາກາດ ຫຼື 60 ກິໂລແມັດ ທາງນ້ຳ ໃນຂອບເຂດບ້ານດອນທາດ ເມືອງຕົ້ນເຜິ້ງ, ຫ່າງຈາກເທດສະບານເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ແລະ ໄລຍະທາງຈາກ ບ້ານດອນທາດ ເຂົ້າສູ່ເມືອງເກົ່າສຸວັນນະໂຄມຄຳແມ່ນ 3 ກິໂລແມັດ, ເວົ້າໄດ້ວ່າເປັນສະຖານທີ່ທີ່ມີຄວາມສະດວກສະບາຍໃນການເດີນທາງເຂົ້າເຖິງ.