Tag: 5 ສັນຍານອັນຕະລາຍ

5 ສັນຍານ​ອັນຕະລາຍ ຂອງ ໜິ້ວ​ພົກຍ່ຽວ

ໜິ້ວ​​ພົກຍ່ຽວ ​ເປັນ​ນຶ່ງ​ໃນ​ໂຣກໜິ້ວ ທີ່​ເກີດ​ຂຶ້ນ​ໃນ​ລະບົບ​ທາງ​ເດີນ​ປັດສາວະ ທີ່​ອາດ​ເກີດໜິ້ວ​ໄດ້​ທັງ​ໄຂ່ຫຼັງ, ທໍ່​ໄຂ່ຫຼັງ ​ແລະໜິ້ວພົກຍ່ຽວ ​ໂດຍ​ຈະ​ພົບ​ເປັນ​ກ້ອນ​ນ້ອຍໆ ຕັ້ງ​ແຕ່​ຂະໜາດນ້ອຍ​ກວ່າ 1 ຊັງ​ຕີ​ແມັດ ​ໄປ​ຈົນ​ເຖິງ​ໃຫຍ່​ກວ່າ 5 ຊັງ​ຕີ​ແມັດ ອາດ​ຈະ​ມີ​ກ້ອນ​ດຽວ ຫຼື ຫຼາຍກ້ອນ ​ແລະ​ ອາດ​ຈະ​ມີ​ລັກສະນະ​ແຂງ​ກວ່າ, ຂ້ອນ​ຂ້າງ​ແຂງ ຫຼື ອາດ​ຂ້ອນ​ຂ້າງ​ນຸ່ມ​ກໍ​ເປັນ​ໄດ້ ຊຶ່ງ​ຂຶ້ນຢູ່​ກັບ​ສານ​ປະກອບ​ທີ່​ເຮັດ​ໃຫ້​ເກີດໜິ້ວຂອງ​ຜູ້​ປ່ວຍແຕ່ລະຄົນ ສ່ວນຫຼາຍ 80% ອາດ​ຈະ​ພົບ​ເປັນສານ ​ແຄວ​ຊຽມອອກ​ຊາ​ເລດ.