Saturday, March 22, 2025

5 ສັນຍານ​ອັນຕະລາຍ ຂອງ ໜິ້ວ​ພົກຍ່ຽວ

ໜິ້ວ​​ພົກຍ່ຽວ ​ເປັນ​ນຶ່ງ​ໃນ​ໂຣກໜິ້ວ ທີ່​ເກີດ​ຂຶ້ນ​ໃນ​ລະບົບ​ທາງ​ເດີນ​ປັດສາວະ ທີ່​ອາດ​ເກີດໜິ້ວ​ໄດ້​ທັງ​ໄຂ່ຫຼັງ, ທໍ່​ໄຂ່ຫຼັງ ​ແລະໜິ້ວພົກຍ່ຽວ ​ໂດຍ​ຈະ​ພົບ​ເປັນ​ກ້ອນ​ນ້ອຍໆ ຕັ້ງ​ແຕ່​ຂະໜາດນ້ອຍ​ກວ່າ 1 ຊັງ​ຕີ​ແມັດ ​ໄປ​ຈົນ​ເຖິງ​ໃຫຍ່​ກວ່າ 5 ຊັງ​ຕີ​ແມັດ ອາດ​ຈະ​ມີ​ກ້ອນ​ດຽວ ຫຼື ຫຼາຍກ້ອນ ​ແລະ​ ອາດ​ຈະ​ມີ​ລັກສະນະ​ແຂງ​ກວ່າ, ຂ້ອນ​ຂ້າງ​ແຂງ ຫຼື ອາດ​ຂ້ອນ​ຂ້າງ​ນຸ່ມ​ກໍ​ເປັນ​ໄດ້ ຊຶ່ງ​ຂຶ້ນຢູ່​ກັບ​ສານ​ປະກອບ​ທີ່​ເຮັດ​ໃຫ້​ເກີດໜິ້ວຂອງ​ຜູ້​ປ່ວຍແຕ່ລະຄົນ ສ່ວນຫຼາຍ 80% ອາດ​ຈະ​ພົບ​ເປັນສານ ​ແຄວ​ຊຽມອອກ​ຊາ​ເລດ. ນອກຈາກນີ້ ຍັງອາດ​ມີ​ສານ​ແຄວ​ຊຽມຟໍສະ​ເຟດ, ​ແອ​ມ​ໂມນຽມຢູ​ເຣດ, ກົດ​ຢູຣິກ ຫຼືອື່ນໆ​ອີກ.

ໜິ້ວ​​ພົກຍ່ຽວມີ​ສາ​ເຫດ​ມາ​ຈາກ:

  1. ຍ່ຽວຕົກ​ຄ້າງ​ໃນ​ພົກຍ່ຽວຊຳ​ເຮື້ອ ຫຼື ​ເປັນ​ເວລາ​ດົນ ​ເຮັດ​ໃຫ້​ມີ​ການ​ຕົກ​ສານ​ກົ່ວ​ຂອງ​ຍ່ຽວ ຈົນ​ກາຍ​ເປັນ​ກ້ອນໜິ້ວ.
  2. ພົກຍ່ຽວລະ​ຄາຍ​ເຄືອງ​ຊຳ​ເຮື້ອ.
  3. ກ້ອນໜິ້ວອາດ​ຈະ​ຕົກ​ມາ​ຈາກ​ໄຂ່ຫຼັງ ​ແລ້ວ​ມາ​ຢູ່​ໃນ​ພົກຍ່ຽວ​ແທນ.
  4. ດື່ມ​ນຳ້ໜ້ອຍ​ເກີນ​ໄປ ຈົນ​ເຮັດ​ໃຫ້​ພົກຍ່ຽວ​ເຂັ້ມ​ຂຸ້ນ, ​ເກີດ​ອາການ​ຕົກ​ສານ​ກົ່ວ​ຈົນກໍ່​ເປັນ​ກ້ອນໜິ້ວ​ໄດ້​ງ່າຍ​ຂຶ້ນ.
  5. ກິນ​ອາຫານ ຫຼື​ ເຄື່ອງ​ດື່ມ​ທີ່​ມີ​ແຄວ​ຊຽມ, ອອກ​ຊາ​ເລດ​ສູງ​ຢ່າງ​ຕໍ່​ເນື່ອງ ​ເຊັ່ນ ​ໂຢ​ເກິ​ດ, ຖົ່ວ​ເຫຼືອງ, ງາ, ໝາກນັດ, ​ເບີຣີ່, ບີ​ດຣູດ, ໝາກ​ເຂືອ, ຜັກກະລຳ່, ໜໍ່​​ໄມ້ຝຣັ່ງ, ບັອກ​ໂຄ​ລີ່, ຫົວຜັກ​ບົ່ວ, ໝາກ​ເຫຼ່ນ, ຜັກກະ​ເສດ ​ແລະ​ ຍອດ​ຜັກ​ຊະນິດ​ຕ່າງໆ.

ໜິ້ວ​​ພົກຍ່ຽວ ອາດ​ເກີດ​ຂຶ້ນ​ໄດ້​ກັບ​ທຸກ​ເພດ​ທຸກ​ໄວ ອາດ​ຈະ​ພົບ​ໃນ​ໄວ​ເຮັດ​ວຽກ ​ແລະ ​ເພດ​ຊາຍຫຼາຍກວ່າ​ເພດ​ຍິງ​ເລັກ​ນ້ອຍ.

ໜິ້ວ​ໃນ​ພົກຍ່ຽວ ຈະ​ມີ​ອາການ​ເຈັບທ້ອງ ບໍລິ​ເວນ​ທ້ອງນ້ອຍ ຊຶ່ງ​ຈະ​ມີ​ອາການ​ເຈັບ​ແບບ​ຊຳ​ເຮື້ອຄື ​ເຈັບ​ເລື້ອຍໆ ບໍ່​ເຊົາ ​ແລະ​ ອາດ​ມີ​ອາການ​ເຈັບຫຼັງ​ແບບຊຳເຮື້ອຮ່ວມ​ນຳ.

ໜິ້ວ​​ພົກຍ່ຽວ​ຈະມີ​ສິ່ງ​ທີ່​ຜິດ​ປົກກະຕິ​ ຄື ​ສີ​ ຈະ​ມີ​ສີ​ຂຸ້ນໆຄ້າຍຄື​ກັບ​ວ່າ ມີ​ຜົງ​ແປ້ງ ຫຼືອາດ​ມີ​ເລືອດຄື​ກັບ​ນຳ້ລ້າງ​ຊີ້ນ​ປົນ​ອອກ​ມານຳ,  ບາງຄັ້ງ​ອາດ​ມີ​ກ້ອນໜິ້ວຫຼຸດອອກ​ມາ​ນຳອີກ​ດ້ວຍ.

ອາການ​ທີ່​ຜິດ​ປົກກະຕິ ​ເມື່ອ​ປັດສາວະ ກໍຄື ຍ່ຽວຫຼາຍ​ເກີນ​ໄປ, ຍ່ຽວຢອດ, ເຈັບ​ແສບ​ເຈັບ​ຮ້ອນ, ຍ່ຽວຂາດ​ບັ້ນ​ຂາດ​ຕອນ, ​ເຈັບ​ໃນ​ເວລາ​ເບັ່ງ ຫຼື ຍ່ຽວ​ເໝິດ​ແລ້ວ ​ແຕ່​ຍັງ​ຮູ້ສຶກ​ປວດ​ຍ່ຽວຢູ່ ຫຼື ກັ້ນ​ຍ່ຽວບໍ່ຢູ່.

ຖ້າ​ກ້ອນໜິ້ວຫຼຸດອອກ​ໄປ​ຕີບ​ຕັນ ​ທີ່​ທໍ່​ປັດສາວະ ອາດ​ມີ​ອາການ​ເຈັບທ້ອງ​ນ້ອຍ​ຢ່າງ​ຮຸນ​ແຮງ ​ແລະ ​ປັດ​ສາວະ​ບໍ່​ອອກ ພົກຍ່ຽວອາດ​ອັກ​ເສບ​ຈາກ​ການ​ຕົກ​ຄ້າງ​ຂອງ​ຍ່ຽວຢູ່​ໃນ​ພົກຍ່ຽວ.

ອາດ​ມີ​ອາການ​ໄຂ້ ຫຼື ປວດ​ຂໍ້ຮ່ວມ​ນຳ

​ເຮົາ​ຄວນປ້ອງ​ກັນ​ໂຣກໜິ້ວ​ໃນ​ພົກຍ່ຽວ​ໄດ້​ດ້ວຍ​ການ ດື່ມ​ນຳ້​ສະອາດ ​ແລະ​ດື່ມ​ໃຫ້ຫຼາຍ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປັດສາວະ​ ມີ​ຄວາມ​ເຂັ້ມ​ຂຸ້ນຫຼາຍ​ເກີນ​ໄປ ຈົນ​ມີ​ສານ​ກົ່ວ​ກາຍ​ເປັນໜິ້ວ ຊຶ່ງ​ແພດ​ຈະ​ແນະ​ນຳ​ວ່າ ​ໃຫ້​ດື່ມ​ນຳ້​ ມື້​ລະ 2 ລິດ​ຢ່າງໜ້ອຍ. ນອກ​ນີ້ ການ​ຈຳກັດ​ອາການ​ທີ່​ມີ​ແຄວ​ຊຽມ ​ແລະ​ອອກ​ຊາ​ເລດ​ສູງ ກໍ​ຊ່ວຍຫຼຸດຄວາມ​ສ່ຽງ​ໃນ​ການ​ເກີດໜິ້ວ​ຢູ່ໃນ​ພົກຍ່ຽວ​ໄດ້​ຄື​ກັນ (ກິນ​ໄດ້​ປົກກະຕິ ​ແຕ່​ບໍ່​ຄວນ​ກິນ​ອາຫານ​ທີ່​ຊຳ້ໆກັນ​ເປັນ​ເວລາ​ດົນ ​ແລະ​ຄວນ​ກິນ​ອາຫານ​ໃຫ້ຫຼາກຫຼາຍ).

ຖ້າ​ໃຜ​ມີ​ອາການ​ເຈັບທ້ອງ​ນ້ອຍ​ເລື້ອຍໆ ​ແລະ​ຮູ້​ໂຕ​ວ່າ ດື່ມ​ນຳ້ໜ້ອຍ ຫຼື ປັດສາວະ​ຜິດ​ປົກກະຕິ ຢ່າ​ລືມ​ປຶກສາ​ແພດ​ໂດຍ​ດ່ວນ ກ່ອນ​ທີ່​ຈະ​ມີ​ອາການໜັກ​ໄປ​ກວ່າ​ເກົ່າ ​ເພື່ອ​​ຈະ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ທັນ​ເວລາ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່