Tag: Environment

ເຮົາບໍ່ແມ່ນເຈົ້າຂອງແຕ່ເປັນພຽງສ່ວນໜຶ່ງຂອງໂລກໜ່ວຍນີ້

Ego ຄືວິທີການດຳລົງຊິວິດຂອງມະນຸດພາຍໃຕ້ແນວຄວາມຄິດທີ່ວ່າມະນຸດເປັນເຈົ້າຂອງໂລກໜ່ວຍນີ້, ມະນຸດທຳລາຍປ່າໄມ້, ສັດປ່າ, ດິນ, ນ້ຳ, ອາກາດ,.... ເພື່ອຄວາມຕ້ອງການ ແລະ ຄວາມສະດວກສະບາຍຂອງຕົນເອງ. ນອກຈາກນີ້ຍັງສ້າງຂີ້ເຫຍື້ອ ແລະ ມົນລະພິດຢ່າງຫຼວງຫຼາຍ ມະນຸດທຳລາຍທຳມະຊາດຈົນເຮັດໃຫ້ທຳມະຊາດຍ້ອນກັບມາທຳລາຍມະນຸດ.

“ມົນລະພິດ” ໄພຮ້າຍຕໍ່ສຸຂະພາບ.

ມົນລະພິດ ບໍ່ແມ່ນພຽງແຕ່ບັນຫາສິ່ງແວດລ້ອມເທົ່ານັ້ນ ແຕ່ມັນຍັງສົ່ງຜົນກະທົບອັນເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາອີກດ້ວຍ. ໂລກເຮົາມີມົນລະພິດທີ່ແຕກຕ່າງກັນເຊັ່ນ: ມົນລະພິດທາງອາກາດ, ມົນລະພິດທາງນ້ຳ ແລະ ມົນລະພິດທາງສຽງ ເຊິ່ງແຕ່ລະຊະນິດ ມີຜົນສະທ້ອນ ຕໍ່ສຸຂະພາບ ທີ່ແຕກຕ່າງກັນ.