“ມົນລະພິດ” ໄພຮ້າຍຕໍ່ສຸຂະພາບ.

ມົນລະພິດ ບໍ່ແມ່ນພຽງແຕ່ບັນຫາສິ່ງແວດລ້ອມເທົ່ານັ້ນ ແຕ່ມັນຍັງສົ່ງຜົນກະທົບອັນເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາອີກດ້ວຍ. ໂລກເຮົາມີມົນລະພິດທີ່ແຕກຕ່າງກັນເຊັ່ນ: ມົນລະພິດທາງອາກາດ, ມົນລະພິດທາງນ້ຳ ແລະ ມົນລະພິດທາງສຽງ ເຊິ່ງແຕ່ລະຊະນິດ ມີຜົນສະທ້ອນ ຕໍ່ສຸຂະພາບ ທີ່ແຕກຕ່າງກັນ.

  • ມົນລະພິດທາງອາກາດ ໂດຍສະເພາະ PM 2.5 ເປັນອັນຕະລາຍຕໍ່ລະບົບທາງເດີນຫາຍໃຈ ຫຼືຫົວໃຈ.
  • ມົນລະພິດທາງນໍ້າ ຈາກນ້ໍາເສຍ ແລະ ສານເຄມີ ກໍມີສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ລະບົບຂອງຮ່າງກາຍ.
  • ມົນລະພິດທາງສຽງ ກໍມີຜົນກະທົບຕໍ່ລະບົບປະສາດ, ການນອນ, ແລະ ຄວາມຄຽດ.


ຜົນກະທົບຂອງ “ມົນລະພິດ” ຕໍ່ສຸຂະພາບມີຫຼາຍກວ່າທີ່ທ່ານຄິດເຊັ່ນ: ພະຍາດທາງເດີນຫາຍໃຈ, ພະຍາດຫົວໃຈ, ມະເຮັງ, ພະຍາດປະສາດ, ພະຍາດຜິວຫນັງ ແລະ ບັນຫາສຸຂະພາບຈິດ.

ສຳລັບມາດຕະການປ້ອງກັນນັ້ນ ເຮົາຄວນມີມາດຕະການຄວບຄຸມມົນລະພິດຈາກລັດຖະບານ, ການຫຼຸດຜ່ອນມົນລະພິດຈາກພາກເອກະຊົນ, ການປ່ຽນແປງພຶດຕິກໍາຂອງຄົນເຊັ່ນ: ຫັນມາໃຊ້ການຂົນສົ່ງສາທາລະນະ, ລົດຖີບ ຫຼື ຍ່າງແທນການຂັບຂີ່ລົດ, ການປະຢັດພະລັງງານ ຫຼຸດຜ່ອນສິ່ງເສດເຫຼືອ ແລະ ການປູກຕົ້ນໄມ້ ເພາະບັນຫານີ້ບໍ່ແມ່ນບັນຂອງຜູ້ໃດຜູ້ໜຶ່ງ ແຕ່ເປັນບັນຫາຂອງໝົດທຸກຄົນ.


ການຮັບຮູ້ເຖິງອັນຕະລາຍຂອງ ມົນລະພິດ ແລະ ການຮ່ວມມືຈາກ ທຸກຄົນ, ທຸກພາກສ່ວນ ຈະເປັນສ່ວນສຳຄັນໃນດານຊ່ວຍຫຼຸດຜ່ອນບັນຫາສຸຂະພາບຈາກມົນລະພິດ, ສ້າງສະພາບແວດລ້ອມທີ່ດີ ແລະ ມີສຸຂະພາບດີໃຫ້ແກ່ທຸກຄົນ.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.