Tag: Hanoi – Kuala Lumpur

Vietjet ເປີດໂຕຖ້ຽວບິນໃໝ່ລະຫວ່າງ Hanoi – Kuala Lumpur ເພື່ອເພີ່ມການເຊື່ອມຕໍ່ທີ່ຮັດແໜ້ນຂຶ້ນ

(ນະຄອນຫຼວງວຽງຈັນ, ວັນທີ 26 ພະຈິກ 2024) - ສາຍການບິນ Vietjet ສາຍການບິນລາຄາທີ່ປະຢັດທີ່ສຸດຂອງຫວຽດນາມ ປະກາດເປີດເສັ້ນທາງການບິນໂດຍກົງໃໝ່ລະຫວ່າງ Hanoi ເມືອງຫຼວງປະເທດຫວຽດນາມ ແລະ Kuala Lumpur ເມືອງຫຼວງປະເທດມາເລເຊຍ ເຊິ່ງໄດ້ຮັດ​ແໜ້ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ ແລະ ທົ່ວພາກພື້ນອາຊຽນ. ພິທີ​ເປີດ​ເສັ້ນທາງ​ດັ່ງກ່າວ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​To Lam ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ເພື່ອເປັນ​ກຽດເຂົ້າຮ່ວມເປັນສັກ​ຂີ​ພະ​ຍານ​ການ​ຢ້ຽມ​ຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ.