Thursday, April 30, 2026
Kbank Laos โอน รับ จ่าย
-->

Vietjet ເປີດໂຕຖ້ຽວບິນໃໝ່ລະຫວ່າງ Hanoi – Kuala Lumpur ເພື່ອເພີ່ມການເຊື່ອມຕໍ່ທີ່ຮັດແໜ້ນຂຶ້ນ

**ທາງເລືອກຖ້ຽວບິນເພີ່ມເຕີມເພື່ອໄປຢ້ຽມຢາມ Kuala Lumpur ຂອບໃຈເຄືອຂ່າຍການບິນຂອງ Vietjet

(ນະຄອນຫຼວງວຽງຈັນ, ວັນທີ 26 ພະຈິກ 2024) – ສາຍການບິນ Vietjet ສາຍການບິນລາຄາທີ່ປະຢັດທີ່ສຸດຂອງຫວຽດນາມ ປະກາດເປີດເສັ້ນທາງການບິນໂດຍກົງໃໝ່ລະຫວ່າງ Hanoi ເມືອງຫຼວງປະເທດຫວຽດນາມ ແລະ Kuala Lumpur ເມືອງຫຼວງປະເທດມາເລເຊຍ ເຊິ່ງໄດ້ຮັດ​ແໜ້ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ ແລະ ທົ່ວພາກພື້ນອາຊຽນ. ພິທີ​ເປີດ​ເສັ້ນທາງ​ດັ່ງກ່າວ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​To Lam ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ເພື່ອເປັນ​ກຽດເຂົ້າຮ່ວມເປັນສັກ​ຂີ​ພະ​ຍານ​ການ​ຢ້ຽມ​ຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ.

ການເປີດເສັ້ນທາງການບິນໂດຍກົງໃໝ່ນີ້ ສິ່ງ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​​ສອງ​ປະ​ເທດ​ລະ​ຫວ່າງ​ຫວຽດ​ນາມ ແລະ ມາ​ເລ​ເຊຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ສ້າງ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ພັດທະນາ. ເສັ້ນທາງການບິນ Hanoi – Kuala Lumpur ມັນຈະຊ່ວຍເພີ່ມທະວີການເຊື່ອມຕໍ່ການບິນໃນພາກພື້ນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ.

ເສັ້ນທາງການບິນ Hanoi – Kuala Lumpur ຈະ​ມີ​ຖ້ຽວ​ບິນ​ໄປ​ກັບ 7 ຖ້ຽວ​ຕໍ່​ອາທິດ, ​ເລີ່ມແຕ່​ວັນ​ທີ 28 ພະຈິກ 2024 ​ເປັນ​ຕົ້ນ​ໄປ. ນີ້​ແມ່ນ​ຖ້ຽວ​ບິນ​ທີ 2 ຂອງ Vietjet ທີ່​ເຊື່ອມ​ຕໍ່​ຫວຽດນາມ ​ແລະ ມາ​ເລ​ເຊຍ ເຊິ່ງສືບຕໍ່ຈາກເສັ້ນທາງ Ho Chi Minh – Kuala Lumpur ທີ່​ໄດ້​ເປີດ​ບໍ​ລິ​ການ​ນັບ​ຕັ້ງ​ແຕ່ປີ 2016​. ການເພີ່ມ​ເສັ້ນ​ທາງ​ການ​ບິນ​ໃໝ່​ນີ້​ຈະ​ເຮັດ​ໃຫ້ Vietjet ມີ​ຖ້ຽວບິນ​ໄປ​ກັບ​ທັງ​ໝົດ 14 ຖ້ຽວ​ຕໍ່​ອາທິດ​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ເພື່ອຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ​ການ​ເດີນ​ທາງ​ທີ່​ເພີ່ມ​ຂຶ້ນ​ລະ​ຫວ່າງ​ສອງ​ປະ​ເທດນີ້.

ທັງ Hanoi ແລະ Kuala Lumpur ເປັນ​ເມືອງ​ທີ່​ມີ​ວັດ​ທະ​ນະ​ທໍາ​ທີ່​ຫຼາກ​ຫຼາຍ ​ແລະ ​ປະ​ຫວັດ​ສາດ​ທີ່​ອຸດົມສົມບູນ. Kuala Lumpur ມີສິ່ງທີ່ໂດດເດັ່ນເປັນຕຶກແຝດ Petronas ທີ່ເປັນສັນຍາລັກປະຈຳ ​ແລະ ອາຫານ​ນາໆ​ຊາດ​ທີ່​ປະສົມ​ກັບ​ລົດ​ຊາດ​ທີ່​ແຊບ​ ແລະ ລົງໂຕຂອງ​ມາ​ເລ​ເຊຍ, ຈີນ ​ແລະ ອິນ​ເດຍ. ​ແຂກ​ທ່ອງ​ທ່ຽວ​ສາມາດ​ທ່ອງ​ທ່ຽວ​ປ່າ​ໄມ້​ທີ່​ຂຽວ​ອຸດົມສົມບູນ, ​ໃນ​ຂະນະ​ທີ່ເມືອງຫຼວງ​ຮ່າ​ໂນ້ຍ ຍັງ​ໄດ້​ຮັບ​ຄວາມ​ຖືກ​ອົກ​ຖືກໃຈ​ຈາກ​ບັນດາ​ສະຖານ​ທີ່​ປະຫວັດສາດ​ເຊັ່ນ: ວັງ​ຮ້າ​ລອງ ແລະ ທະເລສາບ Hoan Kiem. ​ໃນ​ນັ້ນ​ມີ​ວັດທະນະທຳ​ອາຫານ​ຕາມ​ຖະໜົນ​ ທີ່​ເປັນ​ເອກະລັກ​ສະ​ເພາະ ເມືອງຫຼວງຮ່າ​ໂນ້ຍ ກໍ່​ແມ່ນ​ປະຕູ​ສູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຫວຽດນາມ ພ້ອມກັບສະໜອງ​ປະສົບ​ການ​ທີ່​ບໍ່​ອາດ​ລືມ​ໄດ້.

ຜູ້ນຳ​ທັງ​ສອງ​ປະ​ເທດ​ໄດ້​ຍ້ອງຍໍ​ຄວາມ​ສຳຄັນ​ຂອງ​ເສັ້ນທາງ​ໃໝ່ ຊີ້ໃຫ້ເຫັນເຖິງຄວາມເຊື່ອໝັ້ນວ່າ ເສັ້ນທາງການບິນ Hanoi – Kuala Lumpur ຈະຊ່ວຍເພີ່ມທະວີການຮ່ວມມືສອງຝ່າຍ ແລະ ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ອີກທັງຍັງ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ຂອງ​ອາ​ຊຽນ.

ເສັ້ນທາງການບິນໃໝ່ຂອງ Vietjet ຈະ​ມີ​ໂອກາດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ​ລາວ ເດີນທາງໄປທົ່ວພາກພື້ນ Ho Chi Minh ແລະ Hanoi ເພື່ອເຊື່ອມຕໍ່ບັນດາຈຸດໝາຍປາຍທາງອື່ນໆ ດ້ວຍລາຄາທີ່ປະຫຍັດ ແລະ ​ການ​ບໍ​ລິ​ການ​ທີ່ອົບອຸ່ນເປັນມິດ.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.