Saturday, March 22, 2025

ເຄື່ອງດື່ມ 5 ປະເພດ! ບໍ່ຄວນໃສ່ໃນຈອກເກັບອຸນຫະພູມ

ຈາກການທີ່ເຮົາຢາກດື່ມນໍ້າອຸ່ນໆ ດີໆ ເພື່ອຮັກສາສຸຂະພາບ ແຕ່ອາດຈະສ່ຽງສ້າງສານຜິດແກ່ຮ່າງກາຍໄດ້ ສຳລັບຄົນທີ່ມັກໃຊ້ຈອກເກັບອຸນຫະພູມ ເຊິ່ງຈາກຄຳແນະນຳຂອງ ເວັບໄຊ SOHA ບອກວ່າ: ເຄື່ອງດື່ມ 5 ປະເພດ ຕໍ່ໄປນີ້ ບໍ່ຄວນໃສ່ໃນຈອກທີ່ເກັບອຸນຫະພູມ ເພາະອາດເປັນອັນຕະລາຍຕໍ່ຮ່າງກາຍໄດ້ ຈະມີເຄື່ອງດື່ມປະເພດໃດແດ່ນັ້ນ ມາເບິ່ງນຳກັນເລີຍ:

  • ນົມ: ນົມເປັນແຫຼ່ງໂພຊະນາການທີ່ດີ ແຕ່ຖ້າເອົາໄປໃສ່ໃນຈອກທີ່ເກັບອຸນຫະພູມ ມັນຈະກາຍສະພາບ ແລະ ກາຍເປັນແຫຼ່ງເຕີບໂຕຂອງເຊື້ອແບັກທີເຣຍໄດ້ງ່າຍ ຄຸນຄ່າທາງໂພຊະນາການຈະຫຼຸດລົງ ຖ້າຈຳເປັນຕ້ອງໃສ່ກໍຄວນດື່ມໃຫ້ໝົດ ບໍ່ຄວນຖິ້ມປະໄວ້ເປັນເວລາດົນນານ.
  • ຢາສະໜຸນໄພ: ໂດຍສະເພາະແມ່ນຢາພື້ນເມືອງ ເພາະມີອົງປະກອບທີ່ຊັບຊ້ອນ ມີທັງເປັນກົດ ແລະ ດັ່ງ ໃນຂະນະທີ່ຈອກເກັບອຸນຫະພູມສ່ວນຫຼາຍແມ່ນເຮັດມາຈາກໂລຫະ ເມື່ອຢາສະໜຸນໄພມາປະຕິກິລິຍາກັບໂລຫະໃນຈອກ ອາດຈະເຮັດປະໂຫຍດຂອງຢາຫຼຸດລົງ ແລະ ຍັງສ່ຽງກໍ່ສານອັນຕະລາຍແກ່ຮ່າງກາຍໄດ້ນຳອີກ.
  • ເຄື່ອງດື່ມທີ່ເປັນກົດ: ບໍ່ແນະນຳໃຫ້ໃສ່ນໍ້າໝາກໄມ້, ໂຊດາ ແລະ ເຄື່ອງດື່ມທີ່ເປັນກົດ ເພາະກົດຖ້າຢູ່ຈອກເກັບອຸນຫະພູມແລ້ວ ອາດສາມາດເຮັດໃຫ້ມີການກັດສະແຕນເຣດ ຫຼື ໂລຫະ ແລ້ວປ່ອຍສານທີ່ເປັນອັນຕະລາຍຕໍ່ຮ່າງກາຍອອກມາ.
Spooning salt into a glass of water
  • ນໍ້າເກືອ: ນໍ້າເກືອສາມາດກັດສ່ວນປະກອບພາຍໃນແກ້ວໄດ້ໂດຍສະເພາະແມ່ນໂລຫະ ຖ້າປະຖິ້ມໄວ້ເປັນເວລາດົນ ນອກຈາກຈະເຮັດໃຫ້ຈອກເກັບອຸນຫະພູມເຊື່ອມຄຸນນະພາບແລ້ວ ຍັງສ່ຽງເປັນອັນຕະລາຍຕໍ່ຄົນທີ່ດື່ມນໍ້າໄດ້.
  • ຊາ: ໃສ່ຊາລົງໄປໃນຈອກແລ້ວຄ່ອຍໆ ດື່ມເທື່ອລະໜ້ອຍ… ຫຼາຍຄົນມັກເຮັດ ແຕ່ຮູ້ບໍວ່າ ຊາຈະມີຄຸນຄ່າໃນການຢູ່ກັບຄວາມຮ້ອນທີ່ເໝາະສົມ ແຕ່ບໍ່ແມ່ນແຊ່ໄວ້ໃນຄວາມຮ້ອນເປັນເວລາດົນ ເມື່ອນຳຊາມາແຊ່ໄວ້ໃນຈອກເກັບອຸນຫະພູມ ນອກຈາກຄຸນຄ່າທາງໂພຊະນາການຈະຫຼຸດລົງແລ້ວ ຣົດຊາດ ກໍຈະແຕກຕ່າງໄປ ແລະ ຍັງປະຖິ້ມຄາບເຫຼືອໄວ້ໃນແກ້ວທີ່ລ້າງອອກໄດ້ຍາກນຳອີກ.

#ສຸຂະພາບ #ເຄື່ອງດື່ມ #ຈອກເກັບອຸນຫະພູມ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່