Tag: Vetjet

Vietjet ກ້າວ​ໄປ​ອີກຂັ້ນ ​ໃນ​ຖານະ​​ສາຍ​ການ​ບິນ​ທຳອິດ ​ທີ່​ໃຫ້ບໍລິການຖ້ຽວ​ບິນ​​ກົງ​ລະຫວ່າງ ຮ່າ​ໂນ້ຍ ​ແລະ Hiroshima.

(ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2024) - Vietjet ມີຄວາມຍິນດີທີ່ຈະເປີດເສັ້ນທາງບິນກົງເຊື່ອມຕໍ່ຮ່າໂນ້ຍ, ນະຄອນຫຼວງຂອງຫວຽດນາມ ກັບນະຄອນ Hiroshima ຂອງຍີ່ປຸ່ນ. ຖ້ຽວ​ບິນໃໝ່​ນີ້​ແມ່ນ​ເສັ້ນທາງ​ສາຍ​ການບິນ​ທີ 8 ຂອງ​ສອງ​ປະ​ເທດ ​ແລະ ​ເປັນ​ສາຍ​ການບິນ​ກົງ​ສາຍ​ດຽວ​ລະຫວ່າງ Hiroshima ​ແລະ ຮ່າ​ໂນ້ຍ, ຫຼຸດຜ່ອນ​ເວລາ​ເດີນທາງ​ລົງ ​ແລະ ມອບ​ປະສົບ​ການ​ໃນ​ການ​ເດີນທາງ​ລະຫວ່າງ​ສອງ​ປະເທດ.