Saturday, January 18, 2025

Vietjet ກ້າວ​ໄປ​ອີກຂັ້ນ ​ໃນ​ຖານະ​​ສາຍ​ການ​ບິນ​ທຳອິດ ​ທີ່​ໃຫ້ບໍລິການຖ້ຽວ​ບິນ​​ກົງ​ລະຫວ່າງ ຮ່າ​ໂນ້ຍ ​ແລະ Hiroshima.

* ມອບທາງ​ເລືອກ​​ໃຫ້ນັກ​ທ່ອງ​ທ່ຽວ​ລາວ​ທີ່ຈະ​ໄປ​ຢ້ຽມ​ຢາມສະຖານທີ່ ​ທີ່​ມີ​ຊື່​ສຽງ​ຂອງ​ຍີ່​ປຸ່ນ​ຜ່ານ​ຮ່າ​ໂນ້ຍ

(ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2024) – Vietjet ມີຄວາມຍິນດີທີ່ຈະເປີດເສັ້ນທາງບິນກົງເຊື່ອມຕໍ່ຮ່າໂນ້ຍ, ນະຄອນຫຼວງຂອງຫວຽດນາມ ກັບນະຄອນ Hiroshima ຂອງຍີ່ປຸ່ນ. ຖ້ຽວ​ບິນໃໝ່​ນີ້​ແມ່ນ​ເສັ້ນທາງ​ສາຍ​ການບິນ​ທີ 8 ຂອງ​ສອງ​ປະ​ເທດ ​ແລະ ​ເປັນ​ສາຍ​ການບິນ​ກົງ​ສາຍ​ດຽວ​ລະຫວ່າງ Hiroshima ​ແລະ ຮ່າ​ໂນ້ຍ, ຫຼຸດຜ່ອນ​ເວລາ​ເດີນທາງ​ລົງ ​ແລະ ມອບ​ປະສົບ​ການ​ໃນ​ການ​ເດີນທາງ​ລະຫວ່າງ​ສອງ​ປະເທດ.

ກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ທ່ານ Vu Chi Mai; ເຈົ້າແຂວງ ແຂວງ Hiroshima ທ່ານ Yuzaki Hidehiko; ຜູ້ຕາງໜ້າກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງທ່ຽວຂອງ Hiroshima; ຜູ້ນຳສະໜາມບິນສາກົນ Hiroshima ແລະ Vietjet; ພ້ອມ​ກັບ​ຊາວ​ເມືອງ ​ແລະ ນັກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສາຍ​ການບິນ Vietjet. ຜູ້​ໂດຍ​ສານ​ໃນ​ຖ້ຽວ​ບິນ​​ທຳ​ອິດ​ຍັງ​ໄດ້​ຮັບ​ຂອງ​ທີ່​ລະ​ນຶກ​ທີ່​ໜ້າ​ຮັກ​ຈາກ​ສະ​ໜາມ​ບິນ Vietjet ແລະ Hiroshima ນໍາອີກດ້ວຍ.

ປັດຈຸ​ບັນ Vietjet ມີ 116 ຖ້ຽວ​ບິນ​ຕໍ່​ອາທິດ​ລະຫວ່າງບັນດາ​ເມືອງໃຫຍ່ໆ​ຂອງ​ຫວຽດນາມ ແລະ ສະຖານທີ່ ທີ່​ມີຊື່ສຽງຂອງ​ຍີ່​ປຸ່ນເຊັ່ນ: ​Tokyo, Osaka, Fukuoka, Nagoya ​ແລະ ປັດຈຸ​ບັນແມ່ນ Hiroshima. ສາຍ​ການ​ບິນ​ໃຫ້​​ສັນ​ຍາ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ເຊື່ອມຕໍ່ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ, ທາງ​ເລືອກ​ໃນ​ການ​ເດີນ​ທາງ​ທີ່​ສະ​ດວກ, ຄຸ້ມຄ່າ ແລະ ປະຢັດ​ເວ​ລາ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ຂອງ​ທັງ​ສອງ​ປະ​ເທດ ແລະ ໃນ​ທົ່ວ​ພາກ​ພື້ນ.

ເສັ້ນ​ທາງ ຮ່າ​ໂນ້ຍ – Hiroshina ມີຖ້ຽວ​ບິນ​ໄປ-ກັບ​ ​ອາ​ທິດ 2 ຄັ້ງ​ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ ໃຊ້​ເວ​ລາປະມານ 4 ຊົ່ວ​ໂມງ 30 ນາ​ທີ​ຕໍ່​ຖ້ຽວ.

ຖືເປັນໂອກາດທີ່ດີ ສໍາລັບນັກທ່ອງທ່ຽວລາວ, ການເດີນທາງຈະບໍ່ເປັນບັນຫາອີກຕໍ່ໄປນັບຕັ້ງແຕ່ມີຖ້ຽວບິນ ນະຄອນຫຼວງວຽງຈັນກັບນະຄອນໂຮ່ຈີມິນ 4 ຖ້ຽວບິນຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃຫ້ນັກທ່ອງທ່ຽວຈາກລາວຜ່ານເສັ້ນທາງຂອງ Vietjet.

ເພື່ອສະເຫຼີມສະຫຼອງຖ້ຽວບິນໃໝ່, Vietjet ມອບປີ້ຍົນລາຄາປະຢັດງົບເລີ່ມຕົ້ນພຽງແຕ່ 0 ໂດລາ/ຖ້ຽວ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຢູ່ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ກັບເສັ້ນທາງໃໝ່ ແລະ ຖ້ຽວບິນສາກົນອື່ນໆຂອງ Vietjet. ປີ້ໂປຣໂມຊັນມີໃຫ້ຈັບຈອງທຸກໆວັນສຸກ, ເວລາເດີນທາງຮອດວັນທີ 31 ທັນວາ 2024 (ບໍ່ລວມມື້ພັກ ແລະ ລະດູການທ່ອງທ່ຽວ).

ຮ່າ​ໂນ້ຍ ​​ແມ່ນໝາກຫົວໃຈ​​ຂອງ​ຫວຽດນາມ, ​​ສູນລວມ​ວັດທະນະທຳ, ​ເສດຖະກິດ, ການ​ເມືອງ​ທີ່​ມີ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ຍັງເປັນແຫຼ່ງລວມວັດທະນະທຳການເຮັດອາຫານອັນໜ້າເຫຼືອເຊື່ອ. ຈາກ​ຮ່າ​ໂນ້ຍ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ສະຖານທີ່​ທ່ອງ​ທ່ຽວ​ອື່ນໆ​ຂອງ​ຫວຽດ​ນາມ ແລະ ພາກ​ພື້ນ​ອາ​ຊີ​ໄດ້​ຢ່າງ​ງ່າຍ​ດາຍ ຜ່ານ​ເຄືອ​ຂ່າຍ​ການ​ບິນ Vietjet. ໃນຂະນະດຽວກັນ, Hiroshima, ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນ, ເປັນບ້ານຂອງສອງສະຖານທີ່ມໍລະດົກໂລກຂອງອົງການ UNESCO: ສວນສາທາລະນະ Hiroshima Peace Memorial Park, Itsukushima Shrine ແລະ ສະຖານທີ່ອື່ນໆທີ່ມີຊື່ສຽງ.

ຜູ້ໂດຍສານທີ່ບິນກັບ Vietjet ສາມາດເພີດເພີນໄປກັບອາຫານຫວຽດນາມທີ່ເປັນເອກະລັກສະເພາະໃນຖ້ຽວບິນ, ເປັນຕົ້ນແມ່ນ Pho, Banh mi, ກາເຟ ແລະ ອື່ນ ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມປະກັນໄພ Sky Care ຟຣີໃນການເດີນທາງ.

*ຕາຕະລາງການບິນເສັ້ນທາງ ຮ່າໂນ້ຍ- Hiroshima:

ຖ້ຽວບີນໝາຍເລກ ຖ້ຽວອອກເດີນທາງ (ເວລາທ້ອງຖີ່ນ)ມາຮອດ (ເວລາທອ້ງຖີ່ນ)ຄວາມຖີ່
Hanoi – HiroshimaVJ95206:0012:30ວັນພະຫັດ, ວັນອາທິດ
Hiroshima – HanoiVJ95313:3016:20ວັນພະຫັດ, ວັນອາທິດ

*ຂໍ້ມູນເພີ່ມເຕີມໄດ້ທີ່  www.vietjetair.com

ສຳລັບຜູ້ປະສານງານດ້ານສື່ຂ່າວຕິດຕໍ່:

Bigblue Agency Laos

ໂທ: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: