Tag: ການຮ່ວມມື

ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນສັກຂີພະຍານໃນຄວາມຮ່ວມມືດ້ານການສຶກສາລະຫວ່າງ ວິທະຍາໄລເຕັກນິກ ປາກປ່າສັກ ແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດຂອງໄທ.

ເມື່ອວັນທີ 28 ກຸມພາ ທີ່ຜ່ານມາ ທ່ານ ປອ. ສຸລິອຸດົງ ສຸນດາລາ  ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ, ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມ​ດ້ວຍ​ ທ່ານ ກໍ່ສັກ ໄຊລັດສະໝີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ຮ່ວມເປັນກຽດ ແລະ ເປັນສັກຂີພະຍານການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ດ້ານຄວາມຮ່ວມມືທາງການສຶກສາ