Tag: ກາບປູ່ສອນຫຼານ

ກາບປູ່ສອນຫຼານ ກາບກອນທີ່ເກົ່າແກ່ຂອງລາວ ເອົາໄວ້ກ່າວເຕືອນສອນລູກຫຼານມາຫຼາຍສະໄໝ

ອີງຕາມຂໍ້ມູນຢູ່ໃນປຶ້ມວັນນະຄະດີລາວ (1987) ໄດ້ຂຽນໄວ້ວ່າ: ກາບປູ່ສອນຫຼານສະບັບເດີມ ແມ່ນພະພຸດທະໂຄສາຈານແຫ່ງເມືອງລ້ານ ຊ້າງເປັນຜູ້ແຕ່ງ, ແຕ່ບໍ່ຮູ້ວັນ, ເດືອນ ແລະ ປີແຕ່ງລະອຽດ; ແຕ່ອາດຈະແມ່ນແຕ່ງຂຶ້ນມາໃນສະໄໝອານາ ຈັກລາວລ້ານຊ້າງໃນລະຫວ່າງສະຕະວັດທີ XVII ໃນລັດຊະການຂອງເຈົ້າສຸລິຍະວົງສາ ເຊິ່ງເປັນສະໄໝ ລ້ານຊ້າງມີຄວາມຈະເລີນຮຸ່ງເຮືອງສູງສຸດ