Tag: ຕົກໜັກ

ຝົນມາແຮງ! ຕົກໜັກຖ້ວມນາ ບ້ານເຮືອນປະຊາຊົນ

ວັນທີ 1 ສິງຫາ 2023 ນີ້ ເກີດເຫມນ້ຳຖ້ວມເຮືອນປະຊາຊົນຫຼາຍບ້ານຢູ່ເມືອງ ອາດສະພັງທອງ ແລະ ເມືອງພະລານໄຊ ແຂວງສະຫວັນນະເຂດ ໂດຍສະເພາະແມ່ນບ້ານ ແຈລະມອງ, ບ້ານ ດົງເຫັນ, ບ້ານ ຫລຽນໄຊ, ບ້ານ ກະຫລອງເໜືອ ເຊິ່ງສາເຫດອັນເນື່ອງມາຈາກມີຝົນຕົກຕໍ່ເນື່ອງຕິດຕໍ່ກັນຫຼາຍວັນຈຶ່ງເຮັດໃຫ້ນ້ຳໄຫຼເຂົ້າເຮືອນປະຊາຊົນ ຖ້ວມທົ່ງໄຮ່ທົ່ງນາ ແລະ ຮົ້ວສວນ ລວມທັງພື້ນທີ່ລຸ່ມຕໍ່າ.