Tag: ທຶນ

ບໍລິສັດ ເບຍລາວ ຈຳກັດ ມອບທຶນການສຶກສາ 150 ທຶນ ໃຫ້ກັບນັກສຶກສາທົ່ວປະເທດ ພາຍໃຕ້ຊື່ໂຄງການ ເບຍລາວສານຝັນໃຫ້ນ້ອງ

ບໍລິສັດ ເບຍລາວ ຈໍາກັດ ຍົກລະດັບການໃຫ້ທຶນການສຶກສາ ໃຫ້ກັບນັກສຶກສາທຸກຄົນຢ່າງເທົ່າທຽມ ຜູ້ທີ່ມີຄວາມສາມາດ ມີຄວາມຕັ້ງໃຈ ແລະ ມີວິໄສທັດທີ່ເປີດກວ້າງ ໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລ ໃນ 8 ສະຖາບັນການສຶກສາທົ່ວປະເທດ ຢູ່ ສປປ ລາວ ພາຍໃຕ້ໂຄງການ "ເບຍລາວສານຝັນໃຫ້ນ້ອງ LBC Sharing Your Dream-Your Future Starts Here" ໂດຍໃນວັນທີ 24 ມັງກອນ 2024 ຢູ່ທີ່ບໍລິສັດ ເບຍລາວ ຈຳກັດ ໄດ້ມີພິທີມອບຮັບ ທຶນການສຶກສາ ໃຫ້ນ້ອງນັກສຶກສາ ມອບໂດຍທ່ານ ສິດທິໄຊ ເກດຕະວົງ, ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາ ເພື່ອສັງຄົມ ຂອງບໍລິສັດ ເບຍລາວ ແລະ ມີຄະນະຄູອາຈານ ແລະ ນ້ອງນັກຮຽນ ທີ່ໄດ້ຮັບທຶນ ເຂົ້າຮ່ວມ.