Friday, April 18, 2025

ບໍລິສັດ ເບຍລາວ ຈຳກັດ ມອບທຶນການສຶກສາ 150 ທຶນ ໃຫ້ກັບນັກສຶກສາທົ່ວປະເທດ ພາຍໃຕ້ຊື່ໂຄງການ ເບຍລາວສານຝັນໃຫ້ນ້ອງ

ບໍລິສັດ ເບຍລາວ ຈໍາກັດ ຍົກລະດັບການໃຫ້ທຶນການສຶກສາ ໃຫ້ກັບນັກສຶກສາທຸກຄົນຢ່າງເທົ່າທຽມ ຜູ້ທີ່ມີຄວາມສາມາດ ມີຄວາມຕັ້ງໃຈ ແລະ ມີວິໄສທັດທີ່ເປີດກວ້າງ ໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລ ໃນ 8 ສະຖາບັນການສຶກສາທົ່ວປະເທດ ຢູ່ ສປປ ລາວ ພາຍໃຕ້ໂຄງການ “ເບຍລາວສານຝັນໃຫ້ນ້ອງ LBC Sharing Your Dream-Your Future Starts Here” ໂດຍໃນວັນທີ 24 ມັງກອນ 2024 ຢູ່ທີ່ບໍລິສັດ ເບຍລາວ ຈຳກັດ ໄດ້ມີພິທີມອບຮັບ ທຶນການສຶກສາ ໃຫ້ນ້ອງນັກສຶກສາ ມອບໂດຍທ່ານ ສິດທິໄຊ ເກດຕະວົງ, ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາ ເພື່ອສັງຄົມ ຂອງບໍລິສັດ ເບຍລາວ ແລະ ມີຄະນະຄູອາຈານ ແລະ ນ້ອງນັກຮຽນ ທີ່ໄດ້ຮັບທຶນ ເຂົ້າຮ່ວມ.

ໂຄງການ ເບຍລາວ ສານຝັນໃຫ້ນ້ອງ ເປັນໂຄງການລີເລີ່ມຈາກການຕົກລົງເຫັນດີຂອງຄະນະຜູ້ບໍລິຫານ ຂອງບໍລິສັດເບຍລາວ ທີ່ເຫັນເຖິງຄວາມສຳຄັນຂອງການສຶກສາ ທີ່ຍາມໃດກໍຖືເປັນບູລິມະສິດອັນດັບຕົ້ນໆໃນການປະກອບສ່ວນພັດທະນາ ສ້າງສາປະເທດຊາດ. ໂຄງການດັ່ງກ່າວແມ່ນໄດ້ເລີ່ມດຳເນີນການມາແຕ່ປີ 2010-ປັດຈຸບັນ ເຊິ່ງລວມໆແລ້ວຫຼາຍກວ່າ 3.500 ທຶນ ແລ້ວ, ໃນປີ 2024 ບໍລິສັດເບຍລາວ ໄດ້ເປີດໂອກາດໃຫ້ກັບນ້ອງໆທຸກຄົນໂດຍບໍ່ມີການຈຳແນກ ບໍ່ວ່າຈະເປັນ ເພດ ເຊື້ອຊາດ ສາສະຫນາ ສີຜິວ ຫລື ຖານາທາງສັງຄົມ…ເຊິ່ງປີນີ້ມອບທັງໝົດ 150 ທຶນ ເຊິ່ງແມ່ນມອບທຶນໃຫ້ຄົບຊຸດ ນັບຕັ້ງແຕ່ຄ່າເທີມຈຳນວນ 3.000.000 ກີບ/ຄົນ/ປີ ແລະ ຄ່າສະໜັບສະໜູນປະຈຳເດືອນຈຳນວນ 400.000 ກີບ/ຄົນ/ເດືອນ ໃຫ້ແກ່ນັກສຶກສາເປັນເວລາ 4-5 ປີ ຈົນກວ່ານັກສຶກສາຈະຮຽນຈົບ.

ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວເຖິງຄວາມສຳຄັນຂອງໂຄງການນີ້ວ່າ: ຕະຫຼອດໄລຍະເວລາທີ່ມະຫາວິທະຍາໄລແຫ່ງຊາດໄດ້ຮັບທຶນ ມີນັກສຶກສາທີ່ຈົບຈາກມະຫາວິທະຍາໄລດ້ວຍທຶນດັ່ງກ່າວກໍມີຈຳນວນຫຼາຍ ເຊິ່ງມັນສະແດງເຖິງຄວາມມຸ່ງໝັນ ຂອງບໍລິສັດ ເບຍລາວ ຈຳກັດ ທີ່ຕັ້ງໜ້າປະກອບສ່ວນເຂົ້າກັບອົງການພັດທະນາປະເທດຊາດ ຫວັງວ່າບໍລິສັດເບຍຈະສືບຕໍ່ໃຫ້ທຶນດັ່ງກ່າວໄປເລື້ອຍໆ ເນື່ອງຈາກເປັນໂຄງການທີ່ເຮັດໃຫ້ນັກສຶກສາໄດ້ມີໂອກາດເຂົ້າມາຮັບການສຶກສາ ແລະ ພັດທະນາຄວາມສາມາດຂອງຕົນ.

ນອກນັ້ນ, ບໍລິສັດ ເບຍລາວ ຈໍາກັດ ຍັງຈະໄດ້ເລືອກເຟັ້ນເອົານ້ອງໆຈຳນວນ 35 ຄົນ ຈາກບັນດານັກສຶກສາທີ່ໄດ້ຮັບທຶນທັງໝົດ ເຊິ່ງຈະໄດ້ ເຂົ້າຄ້າຍແລກປ່ຽນລະຫວ່າງນັກສຶກສາ, ເປັນອາສາສະໝັກປະຈຳ ບໍລິສັດເບຍລາວ ເພື່ອຮ່ວມງານກິດຈະກຳເພື່ອສັງຄົມ ແລະ ງານບໍລິສັດຕ່າງໆ ປະຈຳປີນີ້ອີກດ້ວຍ.

ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດ ເບຍລາວຈໍາກັດ ຍັງໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ໂດຍສະເພາະ ໃນວຽກງານ ການມີສ່ວນຮ່ວມ ໃນການສົ່ງເສີມ ຮັກສາຮີດຄອງປະເພນີ, ການປົກປັກຮັກສາສິ່ງແວດລ້ອມ, ການກິລາ, ສາທາລະນະສຸກ ແລະ ການສຶກສາ ເພື່ອໃຫ້ຄົນລາວ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການພັດທະນາ ສ້າງສາປະເທດຊາດ ໃຫ້ນັບມືນັບຈະເລີນກ້າວໜ້າ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.