Tag: ບິກບລູເອເຈນຊີລາວ

ບິກບລູ ເອເຈນຊີລາວ ສະຫຼອງຄົບຮອບ 20 ປີແຫ່ງຄວາມສຳເລັດ.

ນະຄອນຫຼວງວຽງຈັນ, ປະເທດລາວ - ບໍລິສັດ ບິກບລູ ເອເຈນຊີລາວ ໜຶ່ງໃນຜູ້ນຳດ້ານການໂຄສະນາ ແລະ ປະຊາສຳພັນ ຂອງສປປ ລາວ ໄດ້ສະເຫຼີມສະຫຼອງຄົບຮອບ 20 ປີໃນປີນີ້ ເຊິ່ງນັບຕັ້ງແຕ່ກໍ່ຕັ້ງໃນປີ 2004 ມາບໍລິສັດໄດ້ເຕີບໃຫຍ່ຂື້ນຈົນເປັນຜູ້ນຳໃນອຸດສາຫະກຳໂຄສະນາ ໃນປະເທດລາວ ແລະ ເປັນທີ່ຍອມຮັບໃນບັນດາລູກຄ້າທັງໃນ ແລະ ຕ່າງປະເທດ.