Tag: ຢາກທຸກ ໃຫ້ເປັນນາຍຄົນ ຢາກສົນລະວົນໃຫ້ເອົາເມຍນ້ອຍ ຢາກໃຫ້ເຂົາປ້ອຍ ຂີ້ໃສ່ຫົນທາງ

ຄົນຢາກເປັນໃຫຍ່ຕ້ອງຮູ້! ສຸພາສິດສອນໃຫ້ເປັນເຈົ້າຄົນນາຍຄົນ

ຢາກທຸກ ໃຫ້ເປັນນາຍຄົນ ຢາກສົນລະວົນໃຫ້ເອົາເມຍນ້ອຍ ຢາກໃຫ້ເຂົາປ້ອຍ ຂີ້ໃສ່ຫົນທາງ 1. ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ 2. ເກີດເປັນຄົນໃຫ້ຮຽນຄວາມຮູ້ 3. ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງເວົ້າໂກງກໍໄດ້ 4. ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ 5. ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້ 6. ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ 7. ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ 8. ເງິນຄຳຫາໄດ້ ນ້ຳໃຈຫາຍາກ 9. ເຈັ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ 10. ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ 11. ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ເຂົາ 12. ເສຍໜ້ອຍເສຍຍາກ ເສຍມາກເສຍງ່າຍ 13. ເສືອໄດ້ກິນເນື້ອເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່ 14. ເສືອຕາຍຍ້ອນໜັງ...