Tag: ຢາປາບສັດຕູພືດ

ນາຍົກບອກ ສວນກ້ວຍລາວຕ້ອງປອດສານພິດ ຫາກພົບຢາປາບສັດຕູພືດຕ້ອງຫ້າມ ໃຫ້ຈັບທັນທີ

ນາຍົກສະແດງຄວາມເປັນຫ່ວງກ່ຽວກັບສານເຄມີຈາກການປູກພືດກະສິກຳບາງຊະນິດໃນລາວອັນຈະສົ່ງຜົນເຮັດໃຫ້ດິນສົດໆທີ່ອຸດົມໄປດ້ວຍຝຸ່ນທຳມະຊາດຈະເຕັມໄປດ້ວຍສານເຄມີໂດຍສະເພາະການປູກກ້ວຍຊຶ່ງໃນຜ່ານມາທ່ານນາຍົກກໍໄດ້ຮັບຮູ້ເຖິງຄວາມອັນຕະລາຍທັງນີ້ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເຂັ້ມງວດກວດກາຫາກພົບເຫັນຢາປາບສັດຕູພືດທີ່ຕ້ອງຫ້າມມີການນຳເຂົ້າແມ່ນໃຫ້ຈັບທັນທີເພື່ອສືບຫາຜູ້ຢູ່ເບື້ອງຫຼັງກໍຄືຜູ້ອະນຸຍາດ ແລະສົມຮູ້ຮ່ວມຄິດມາດຳເນີນຄະດີຕາມລະບຽບກົດໝາຍ. ໃນກອງປະຊຸມສະພາວາລະຊີ້ແຈງຂອງລັດຖະບານເມື່ອວັນສຸກຜ່ານມາທ່ານສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງແຂວງຊຽງຂວາງໄດ້ຕັ້ງຄຳຖາມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີວ່າ: ປະຈຸບັນລັດສົ່ງເສີມການຜະລິດພືດກະສິກຳປອດສານພິດແຕ່ໃນເດືອນເມສາຜ່ານມາຢູ່ຊຽງຂວາງກວດພົບ ການນຳເຂົ້າສານເຄມີ ທີ່ຕ້ອງຫ້າມ 180 ໂຕນໃນລົດ 9 ຄັນ ແລະກໍໄດ້ຕິດຕາມກວດກາໂດຍແມ່ນທາງກົມຢູ່ກະຊວງກະສິກຳ ແລະປ່າໄມ້ເປັນຜູ້ອະນຸມັດວ່າມີຄວາມຈຳເປັນນຳ ເຂົ້າມາ ແຕ່ຖາມການນຳຢູ່ກະຊວງພັດວ່າບໍ່ຮູ້ເລື່ອງນຳໂດຍບອກວ່າຜ່ານດ່ານລາວບາວງ່າຍແຕ່ຢູ່ຊຽງຂວາງຍາກອັນນີ້ລັດຖະບານຈະມີມາດຕະການແກ້ໄຂ ເດັດຂາດຄືແນວໃດ? ຕໍ່ກັບບັນຫາດັ່ງກ່າວທ່ານ...