Tag: ວັງວຽງ

ສະມາຊິກສະພາແຫ່ງຊາດ ສະເໜີລັດສ້າງນິຕິກຳຄຸ້ມຄອງວັງວຽງ ຫວັງທ່ອງທ່ຽວກັບມາຄຶກຄັກ

ເດືອນທີ່ຜ່ານມາ, ມີໜັງສືພິມ ແລະສື່ສັງຄົມອອນລາຍໄດ້ນຳສະເໜີຂ່າວໄປວ່າຕົວເລກນັກທ່ອງທ່ຽວທີ່ເຂົ້າມາທ່ຽວຢູ່ເມືອງວັງວຽງຫຼຸດລົງ,ຕໍ່ກັບບັນຫາດັ່ງກ່າວນີ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ເຜີຍໃຫ້ຮູ້ເຖິງສາເຫດທີ່ພາໃຫ້ນັກທ່ອງທ່ຽວຫຼຸດລົງເປັນເພາະຄວາມເປັນທຳມະຊາດ ແລະ ສະ ພາບແວດລ້ອມພາຍໃນເມືອງທີ່ເຄີຍອຸດົມສົມບູນພັດຖືກທຳລາຍໄປຫຼາຍແລ້ວ. ທ່ານ ບຸນເພັງ ສາຍນໍລະດີ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ມີຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດໃນອາທິດທີ່ຜ່ານມາຮູ້ວ່າ: ວຽກທ່ອງທ່ຽວແມ່ນວຽກໜຶ່ງທີ່ລັດຖະບານຖືເປັນທ່າແຮງຢ່າງໜຶ່ງຂອງການເກັບລາຍຮັບເຂົ້າງົບປະມານຂອງລັດ, ແຕ່ໃນໄລຍະຜ່ານມາການພັດທະນາ,ການຄຸ້ມຄອງການພັດທະນາວຽກງານການທ່ອງທ່ຽວຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນເປັນຕົ້ນວັງວຽງ,ຊຶ່ງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງດັງໄປທົ່ວໂລກ ແລະ...