Tag: ຫໍສະມຸດ

ຄວາມຫມາຍ ຄວາມສໍາຄັນ ຂອງຫໍສະຫມຸດ ແລະ ພິພິທະພັນ ຕໍ່ກັບປະເທດຊາດ

ຄວາມຫມາຍຄວາມສໍາຄັນຂອງຫໍສະມຸດ ແລະ ພິພິທະພັນຕໍ່ສັງຄົມ “ຕັ້ງແຕ່ນີ້ເມືອຫນ້າ ນັກປຣາດເຈົ້າທັງຫລາຍຜູ້ໃດມັກໄຄ່ຕື່ມ ໄຄ່ແຖມສືບຕໍ່ແຕ່ນີ້ໄປໃຫ້ກວ້າງໃຫ້ຂວາງກໍ່ຈົ່ງໃຫ້ຕື່ມໃຫ້ແປງຕາມແຕ່ຫູຮູ້ຕາເຫັນນັ້ນເຖີ້ນແຜ່ນດິນນີ້ບໍ່ມີຕໍານານໃຫ້ແປງສືບຕໍ່ໄປເຖີ້ນ” ນັ້ນຄືຄໍາເວົ້າຂອງພະອະຣິຍະວັງໂສ, ນັກຄົ້ນຄວ້າປະວັດສາດຜູ້ກໍ້າ ເກິ່ງເບິ່ງໄກໃນສະໄຫມ ຄ.ສ. 1572 (ຂໍ້ມູນຈາກປື້ມປະວັດສາດລາວ, ມະຫາສີລາວິລະວົງ) ນັກຄົ້ນຄວ້າປະຫວັດສາດ. ຫລາຍທ່ານໄດ້ໃຫ້ສັນນິຖານວ່າຄໍາເວົ້າຂອງພະອະຣິຍະວັງໂສ ແມ່ນຫມາຍເຖິງການຂາດຕໍານານກໍາເນີດຊາດລາວຫລືປະວັດສາດລາວ. ແຕ່ໃນທັດສະນະສ່ວນຕົວຂອງຂ້າພະເຈົ້າແລ້ວບໍ່ວ່າຄຳເວົ້າດັ່ງກ່າວຈະມີ ຄວາມຫມາຍຢ່າງໃດກໍຕາມ, ຂ້າພະເຈົ້າ...