ຄວາມຫມາຍຄວາມສໍາຄັນຂອງຫໍສະມຸດ ແລະ ພິພິທະພັນຕໍ່ສັງຄົມ “ຕັ້ງແຕ່ນີ້ເມືອຫນ້າ ນັກປຣາດເຈົ້າທັງຫລາຍຜູ້ໃດມັກໄຄ່ຕື່ມ ໄຄ່ແຖມສືບຕໍ່ແຕ່ນີ້ໄປໃຫ້ກວ້າງໃຫ້ຂວາງກໍ່ຈົ່ງໃຫ້ຕື່ມໃຫ້ແປງຕາມແຕ່ຫູຮູ້ຕາເຫັນນັ້ນເຖີ້ນແຜ່ນດິນນີ້ບໍ່ມີຕໍານານໃຫ້ແປງສືບຕໍ່ໄປເຖີ້ນ” ນັ້ນຄືຄໍາເວົ້າຂອງພະອະຣິຍະວັງໂສ, ນັກຄົ້ນຄວ້າປະວັດສາດຜູ້ກໍ້າ ເກິ່ງເບິ່ງໄກໃນສະໄຫມ ຄ.ສ. 1572 (ຂໍ້ມູນຈາກປື້ມປະວັດສາດລາວ, ມະຫາສີລາວິລະວົງ) ນັກຄົ້ນຄວ້າປະຫວັດສາດ.
ຫລາຍທ່ານໄດ້ໃຫ້ສັນນິຖານວ່າຄໍາເວົ້າຂອງພະອະຣິຍະວັງໂສ ແມ່ນຫມາຍເຖິງການຂາດຕໍານານກໍາເນີດຊາດລາວຫລືປະວັດສາດລາວ.
ແຕ່ໃນທັດສະນະສ່ວນຕົວຂອງຂ້າພະເຈົ້າແລ້ວບໍ່ວ່າຄຳເວົ້າດັ່ງກ່າວຈະມີ ຄວາມຫມາຍຢ່າງໃດກໍຕາມ, ຂ້າພະເຈົ້າ ເຫັນວ່າມັນເປັນຄຳຮຽກຮ້ອງປຸກລະດົມໃຫ້ຄົນ ລາວເຮົາຮູ້ຈັກຮັກສາຂຸມຊັບປັນຍານັ້ນກໍຄື ຫ້ອງຫໍສະມຸດແລະພິພິທະພັນ.
ຫ້ອງສະມຸດຄືສະຖານທີ່ຮວມຂອງທຸກວິທະຍາສາດເຊັ່ນ ປຶ້ມ ວາລະສານ, ສິ່ງພິມຕ່າງໆ, ຕົ້ນສະບັບຂຽນ, ຫນັງສືໃບລານ, ສະມຸດຊ່ອຍ ແລະ ອຸບປະກອນການ ສຶກສາທຸກຊະນິດ. ຫ້ອງສະມຸດມີຄວາມສໍາຄັນໃຫຍ່ຫລວງ ໃນການສ້າງສັງຄົມໃຫ້ກ້າວຫນ້າ. ປຶ້ມ ວາລະສານ, ຫນັງສືພິມ ແລະອື່ນໆ… ມີປະໂຫຍດຫລາຍໃນວຽກງານ ຄົ້ນຄວ້າສຶກສາ.
ນອກຈາກນີ້ຍັງ ເຕັມໄປດ້ວຍຄວາມຮູ້ແນວຄິດເວດທະກໍາ ປະຕິວັດຫລາຍຢ່າງ. ພ້ອມນັ້ນຍັງເປັນເຄື່ອງມືແລກ ປ່ຽນວັດທະນະທໍາຂອງຄົນເຮົາຈາກຊົນຊາດນີ້ໄປສູ່ຊົນຊາດອື່ນ.
ຈາກຄວາມຄິດປັນຍາຂອງຄົນຮຸ່ນ ກ່ອນມາສູ່ຄົນຮຸ່ນປັດຈຸບັນ. ສະຫລຸບແລ້ວກໍ່ຄືຫ້ອງສະມຸດແມ່ນຄັງແຫ່ງຄວາມຮູ້. ແລະຄວາມຮູ້ກໍ ຄືຂຸມຊັບສົມບັດຂອງຊາດນັ້ນເອງ. ຫໍພິພິທະພັນ ກໍເຊັ່ນກັນ ພິພິທະພັນຄືຂຸມສັບບູຮານນະການ ທີ່ເກັບກຳລັກຖານຂໍ້ມູນປະຫວັດສາດ.
ເປັນຄັງເກັບກໍາລັກຖານປະວັດສາດທີບົ່ງບອກເຖິງ ຄວາມເປັນມາຂອງຊາດ. ຫໍພິພິທະພັນນີ້ບໍ່ໄດ້ຫມາຍເຖີງເປັນຫ້ອງເປັນຫໍແຕ່ຫມາຍເຖິງ ກິດຈະກຳເກົ່າແກ່, ບໍ່ວ່າຈະເປັນການສະຖາປະນາວັດວາອາລາມ, ສ້າງຕັ້ງຕຶກຫໍອາຄານ, ພະລາດຊະວັງ, ຫລື ຈະເປັນສິ່ງຂອງບູຮານເກົ່າແກ່ ພາກສ່ວນເລົ່ານີ້ລ້ວນແລ້ວແຕ່ເປັນລັກ ຖານປະວັດສາດຂອງຊາດທັງນັ້ນ.
ການທໍາລາຍສິ່ງຂອງເກົ່າແກ່ເລົ່ານີ້ເຊັ່ນ ການມ້າງເພຕຶກອາ ຄານເກົ່າແກ່, ທຳລາຍເຄື່ອງຂອງບູນຮານ ໆລໆ ນັ້ນກໍຄື ເປັນການທຳລາຍລັກຖານ ປະຫວັດສາດນັ້ນເອງ. ເຊັ່ນບູຮານເພິ່ນກ່າວໄວ້, ໄປຫນ້າໃຫ້ເບິ່ງຫລັງ ບໍ່ດັ່ງນັ້ນກໍຈະກາຍເປັນ ປະເທດໄຮ້ຕຳນານເຊັ່ນພະອະຣິຍະວັງໂສ ໄດ້ກ່າວໄວ້ດັ່ງນັ້ນແລ.
ແຫຼ່ງຂໍ້ມູນ: ປ.ສ
http://pranejonshortstory.blogspot.com/p/800×600-normal-0-false-false-false-en_67.html