ລາຄາເຂົ້າສານປັບສູງຂຶ້ນ! ແມ່ຄ້າຮຽກຮ້ອງພາກລັດຄຸ້ມຄອງລາຄາເຂົ້າເປືອກ

ໃນ​ປັດ­ຈຸ­ບັນ​ຢູ່​ປະ­ເທດ​ເຮົາ​ເງິນ­ຕາ​ຕ່າງ­ປະ­ເທດ​ແຂງ​ຄ່າ​ສູງ​ຂຶ້ນ​ທຽບ­ໃສ່​ເງິນ​ກີບ ຄື​ອັດ­ຕາ​ແລກ­ປ່ຽນເງິນ​ໂດ​ລາ​ສະ­ຫະ­ລັດ 1 ໂດ​ລາ ອັດ­ຕາ​ຊື້ 8.662 ກີບ ແລະ ອັດ­ຕາ​ຂາຍ 8.680 ກີບ ແລະ ເງິນ​ບາດ​ໄທ 1 ບາດ ອັດ­ຕາ​ຊື້ 285,54 ກີບ ແລະ ອັດ­ຕາ​ຂາຍ 287,70 ກີບ ອັນ​ໄດ້​ເຮັດ​ໃຫ້​ກະ­ທົບ​ເຖິງ​ຄ່າ​ຄອງ​ຊີບ​ຂອງ​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ພໍ່­ຄ້າ ຊາວ​ຂາຍ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເນື່ອງ​ຈາກ​ບາງ​ປະ­ເພດ​ສິນ­ຄ້າ​ຢູ່​ຕາມ​ຕະ­ຫຼາດ​ປັບ​ສູງ​ຂຶ້ນ​ເລັກ​ໜ້ອຍ ໂດຍ​ສະ­ເພາະ ແມ່ນ​ປະ­ເພດ​ສິນ­ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ທີ່​ຄິດ­ໄລ່​ຕາມ​ອັດ­ຕາ​ແລກ­ປ່ຽນ​ລະ­ຫວ່າງ​ເງິນ​ກີບ​ກັບ​ເງິນ­ຕາ​ຕ່າງ­ປະ­ເທດ ເປັນ­ຕົ້ນ ແມ່ນ​ເງິນ​ບາດ ແລະ ເງິນ​ໂດ​ລາ.

ທີມ​ງານ​ຂ່າວ​ພວກ​ເຮົາ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ການ​ຊື້-ຂາຍ­ຂອງ​ແມ່​ຄ້າ​ຢູ່​ຕະ­ຫຼາດ​ໂນນ​ຄໍ້ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ຜ່ານ​ການ​ລົງ​ສອບ​ຖາມ​ຂໍ້​ມູນ​ລາ­ຄາ​ສິນ­ຄ້າ​ປະ­ເພດ​ພືດ​ຜັກ ແລະ ເຂົ້າ ສານ ເຫັນ​ວ່າ​ແມ່​ຄ້າ​ຊາວ​ຂາຍ​ໄດ້​ປະ­ຕິ­ບັດ​ຕາມ​ລາ­ຄາ​ທີ່​ກົມ​ການ​ຄ້າ​ພາຍ​ໃນ ກໍ​ຄື ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ເມືອງ​ໄຊ​ເສດ​ຖາ​ທີ່​ໄດ້​ແຈ້ງ​ລົງ​ມາ​ຈະ​ບໍ່​ໄດ້​ປັບ​ລາ­ຄາ​ສິນ­ຄ້າ​ຂຶ້ນ​ຕາມ­ໃຈ ເຊິ່ງ​ລາ­ຄາ​ສິນ­ຄ້າ​ປົກ­ກະ­ຕິ​ໃນ​ຕະ­ຫຼາດ ຄື:

ປະ­ເພດ​ສິນ­ຄ້າ​ເປັນ​ກິ​ໂລ ຜັກ​ກະ​ລ່ຳ​ປີ 7.000 ກີບ ໜາກ​ເຂືອ ໝາກ​ຊູ ໝາກ​ນາວ 5.000 ກີບ ໝາກ­ຖົ່ວ​ຍາວ 10.000 ກີບ ໝາກ­ເຜັດ 12.000 ກີບ ຜັກ​ກາດ​ຂາວ ຫົວ​ສີ​ໄຄ 4.000 ກີບ ຫອມ­ປ້ອມ 25.000 ກີບ ຊີ້ນ​ໝູ​ປະ­ເພດ 1 ລາ­ຄາ 35.000 ກີບ ປະ­ເພດ 2 ກະ­ດູກ 25.000 ກີບ ຊີ້ນ​ງົວ ຄວາຍ ປະ­ເພດ 1 ລາ­ຄາ 70.000 ກີບ ປະ­ເພດ 2 ກະ­ດູກ 30.000 ກີບ ເຄື່ອງ​ໄນ 50.000 ກີບ ໄຂ່​ໄກ່​ພັນ​ເປັນ​ແຕະ​ລາ­ຄາ 22-28.000 ກີບ.

ສ່ວນ​ສິນ­ຄ້າ​ປະ­ເພດ​ເຂົ້າ­ສານ​ຕາມ​ການ​ໃຫ້​ຂໍ້​ມູນ​ຈາກ​ແມ່​ຄ້າ­ຂາຍ​ເຂົ້າ​ເຫັນ​ວ່າ ມີ​ການ​ເໜັງ​ຕີງ​ຈາກ​ໄລ­ຍະ​ຜ່ານ​ມາ ລາ­ຄາ 50-70.000 ກີບ ມາ​ເປັນ 70.000-110.000 ກີບ​ຕໍ່​ໝື່ນ​ໃນ​ປັດ­ຈຸ­ບັນ ເນື່ອງ​ຈາກ​ຕົ້ນ​ທຶນ​ເຂົ້າ​ຢູ່​ໂຮງ­ສີ​ເຂົ້າ​ປັບ​ຕົວ​ສູງ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ແມ່​ຄ້າ​ຕ້ອງ​ເພີ່ມ​ລາ­ຄາ​ຂຶ້ນ​ຕາມ​ເພື່ອ​ໃຫ້​ມີ​ກຳ­ໄລ ເຊິ່ງ​ລາ­ຄາ​ເຂົ້າ­ສານ​ສູງ ມັນ​ໄດ້​ກະ­ທົບ​ເຖິງ​ຊາວ​ຄ້າ­ຂາຍ​ເຂົ້າ ຈາກ​ເມື່ອ​ກ່ອນ​ລູກ​ຄ້າ​ມັກ​ຊື້​ເຂົ້າ​ເປັນ​ເປົາ ແລະ ເປັນ​ໝື່ນ (12 ກິ​ໂລ) ໄດ້​ຫຼຸດ​ລົງ​ມາ​ຊື້​ເປັນ​ໝື່ນ ແລະ ເປັນ​ກິ​ໂລ​ເພື່ອ​ໄປ​ແກ້​ໄຂ​ຄອບ­ຄົວ​ແຕ່​ລະ​ວັນ​ໄປ ແລະ ການ​ຊື້​ເຂົ້າ​ປະ­ລິ­ມານ​ໜ້ອຍ​ລົງ​ຂອງ​ລູກ​ຄ້າ​ນັ້ນ​ກໍ​ຍ້ອນ​ອີງ­ໃສ່​ລາຍ​ຮັບ​ເຂົາ­ເຈົ້າ​ບາງ​ຄອບ­ຄົວ​ມີ​ລາຍ​ຮັບ​ປົກ­ກະ­ຕິ ແຕ່​ການ​ໃຊ້​ຈ່າຍ​ຜັດ​ເພີ່ມ​ຂຶ້ນ ຍ້ອນ​ສິນ­ຄ້າ​ຫຼາຍ​ປະ­ເພດ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ມີ​ການ​ປັບ​ສູງ​ຂຶ້ນ ດັ່ງ­ນັ້ນ ຈຶ່ງ​ຕ້ອງ​ຫຼຸດ​ປະ­ລິ­ມານ​ການ​ຊື້​ລົງ ຈະ​ຊື້​ແນວ​ລະ​ເລັກ​ລະ​ນ້ອຍ​ເພື່ອ​ຄວາມ​ຢູ່​ລອດ​ໄປ​ແຕ່​ລະ​ວັນ ໃນ​ເມື່ອ​ລາ­ຄາ​ເຂົ້າ​ສູງ​ຂຶ້ນ​ເຮັດ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ແມ່​ຄ້າ​ຊາວ​ຂາຍ ແລະ ຜູ້​ບໍ­ລິ­ໂພກ ໂດຍ​ສະ­ເພາະ ຜູ້​ທີ່​ມີ​ລາຍ​ຮັບ​ຕ່ຳ ດັ່ງ­ນັ້ນ ຈຶ່ງ​ຝາກ​ເຖິງ​ພາກ​ລັດ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ​ໃຫ້​ມີ​ການ​ຄຸ້ມ​ຄອງ​ລາ­ຄາ​ເຂົ້າ ເປືອກ​ຈາກ​ຜູ້​ຜະ­ລິດ ແລະ ເຂົ້າ­ສານ​ຢູ່​ຫົວ­ໜ່ວຍ​ທຸ­ລະ​ກິດ​ໂຮງ­ສີ​ເຂົ້າ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: