Tag: ອານຸລັກສັດ

ເຊັນສັນຍາໂຄງການມູນນິທິອານຸລັກສັດແລະສິ່ງແວດລ້ອມລາວ

ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີຕາງໜ້າອົງການປົກຄອງແຂວງກັບໂຄງການສູນມູນນິທິອະນຸລັກສັດ ສີວິໄລທ່ອງທ່ຽວຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກສັນຍາວ່າດ້ວຍການຄຸ້ມຄອງໂຄງການມູນນິທິອານຸລັກສັດ ແລະ ສິ່ງແວດລ້ອມລາວຂຶ້ນຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ. ຈຸດປະສົງຂອງໂຄງການເພື່ອດຳເນີນກິດຈະການແບບອານຸລັກສັດບ້ານ-ສັດປ່າ ແລະ ສິ່ງແວດລ້ອມໃນຮູບແບບການມີສ່ວນຮ່ວມກັບປະຊາຊົນໃນທ້ອງຖິ່ນ, ສັດປະເພດຕ່າງໆຕ້ອງໄດ້ຮັບການຮັກສາສຸຂະພາບໃຫ້ໄດ້ຮັບການດູແລທີ່ດີ ເປັນຕົ້ນການໃຫ້ອາຫານ, ການປິ່ນປົວສັດເວລາເຈັບເປັນ, ມີການສັກຢາປ້ອງກັນພະຍາດສັດ, ຊ່ວຍ...