ເຊັນສັນຍາໂຄງການມູນນິທິອານຸລັກສັດແລະສິ່ງແວດລ້ອມລາວ

ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີຕາງໜ້າອົງການປົກຄອງແຂວງກັບໂຄງການສູນມູນນິທິອະນຸລັກສັດ ສີວິໄລທ່ອງທ່ຽວຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກສັນຍາວ່າດ້ວຍການຄຸ້ມຄອງໂຄງການມູນນິທິອານຸລັກສັດ ແລະ ສິ່ງແວດລ້ອມລາວຂຶ້ນຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ.

ຈຸດປະສົງຂອງໂຄງການເພື່ອດຳເນີນກິດຈະການແບບອານຸລັກສັດບ້ານ-ສັດປ່າ ແລະ ສິ່ງແວດລ້ອມໃນຮູບແບບການມີສ່ວນຮ່ວມກັບປະຊາຊົນໃນທ້ອງຖິ່ນ, ສັດປະເພດຕ່າງໆຕ້ອງໄດ້ຮັບການຮັກສາສຸຂະພາບໃຫ້ໄດ້ຮັບການດູແລທີ່ດີ ເປັນຕົ້ນການໃຫ້ອາຫານ, ການປິ່ນປົວສັດເວລາເຈັບເປັນ, ມີການສັກຢາປ້ອງກັນພະຍາດສັດ, ຊ່ວຍ ເຫຼືອສັດເຖົ້າແກ່, ສັດພິການ ແລະ ສັດພົບໄພພິບັດຕ່າງໆ ເພື່ອໃຫ້ມີຄວາມຍືນຍົງ ແລະຕິດພັນກັບການທ່ອງ ທ່ຽວແບບອານຸລັກທຳມະຊາດ ແລະ ສິ່ງແວດລ້ອມ, ທັງກາຍເປັນສູນແລກປ່ຽນດ້ານການປິ່ນປົວສັດ, ຮັກສາສຸ ຂະພາບສັດ;

ພ້ອມນີ້ບໍລິເວນຂອງສູນຍັງໄດ້ອານຸລັກສິ່ງແວດລ້ອມໃຫ້ຢູ່ໃນສະພາບທີ່ດີເພື່ອການທ່ອງທ່ຽວໂດຍການມີສ່ວນ ຮ່ວມຂອງປະຊາຊົນໃນທ້ອງຖິ່ນເຊັ່ນ: ການອານຸລັກຕົ້ນໄມ້ທຳມະຊາດ, ຕົ້ນໄມ້ເປັນຢາປົວພະຍາດ, ດອກໄມ້ທຳມະຊາດ, ດອກໄມ້ປະດັບ;

ພ້ອມທັງປູກໄມ້ເສີມບາງຈຸດທີ່ຈຳເປັນເພື່ອປ້ອງກັນການເຊາະເຈື່ອນຈາກນໍ້າຝົນ ແລະ ສາຍນໍ້າຮຸ່ງ. ນອກນີ້ຍັງສ້າງກິດຈະການບໍລິການທ່ອງທ່ຽວແບບອານຸລັກຊ້າງທີ່ນຳມາປິ່ນປົວຢູ່ໃນສູນ, ມີບໍລິການຮ້ານອາຫານ ແລະ ຂີ່ເຮືອລ່ອງນໍ້າຮຸ່ງຊົມທຳມະຊາດໃນຂົງເຂດການດຳເນີນກິດຈະການດັ່ງກ່າວຕັ້ງຢູ່ຂອບເຂດບ້ານນາຕໍໃຫຍ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ດິນດັ່ງກ່າວແມ່ນກຳມະສິດຂອງນາງ ສີວິໄລ ວົງສັກ ເຈົ້າຂອງກິດຈະການ ເຊິ່ງມີເນື້ອທີ່ທັັງໝົດ 8 ເຮັກຕາກວ່າ.

ໄລຍະດຳເນີນໂຄງການໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ I ເລີ່ມແຕ່ວັນທີ 1 ມັງກອນ 2018 ຫາເດືອນທັນວາ 2019 ແມ່ນການດໍາເນີນເອກະສານ ແລະ ບຸກເບີກເນື້ອທີ່, ໄລຍະທີ II ເລີ່ມແຕ່ວັນທີ 1 ມັງກອນ 2020 ຫາວັນທີ 31 ທັນວາ 2023 ແມ່ນການພັດທະນາສະຖານທີ່ກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ການພັດທະ ນາລະບົບຂໍ້ມູນຂ່າວສານ, ການຕະຫຼາດ ແລະ ເປີດໃຫ້ບໍລິການ. ມູນຄ່າການລົງທຶນທັງໝົດ 12 ຕື້ 516 ລ້ານກວ່າກີບ.

ໃນນີ້ທຶນຄົງທີ່ 8 ຕື້ 762 ລ້ານກວ່າກີບ, ທຶນໝູນວຽນ 3 ຕື້ 754 ລ້ານກວ່າກີບ, ທຶນຈົດທະບຽນ 2ຕື້ 516 ລ້ານກ່ວາກີບ. ໂຄງການມູນນິທິອານຸລັກສັດ ແລະ ສິ່ງແວດລ້ອມລາວບໍ່ພຽງແຕ່ເປັນການອານຸລັກສັດ, ປິ່ນປົວສັດ, ອານຸລັກສິ່ງແວດລ້ອມ ແລະ ເພື່ອເປັນບ່ອນທ່ອງທ່ຽວເທົ່ານັ້ນແຕ່ຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນໃນທ້ອງຖິ່ນມີລາຍໄດ້ເຊັ່ນ:

ການປູກຫຍ້າລ້ຽງຊ້າງ, ເປັນແມ່ບ້ານ, ຄົນສວນ, ພະນັກງານລ້ຽງສັດ, ແປພາສາ, ແມ່ຄົວ ແລະອື່ນໆ. ຈາກນັ້ັນທັງສອງຝ່າຍໄດ້ຮ່ວມກັນເຊັນບົດບັນທຶກ ຝ່າຍແຂວງໄຊຍະບູລີໂດຍແມ່ນທ່ານ ຊົງທໍ່ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ໂຄງການສູນມູນນິທິອານຸລັກສັດ ແລະ ສິ່ງແວດລ້ອມລາວ ໂດຍທ່ານນາງ ສີວິໄລ ວົງສັກ ອຳນວຍການບໍລິສັດສີວິໄລທ່ອງທ່ຽວຈໍາກັດ ໂດຍເຂົ້ົາຮ່ວມເປັນສັກຂີພິຍານ ຂອງທ່ານນາງ ບຸນພັກ ອິນທະປັນຍາຮອງເຈົ້າແຂວງໆໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງໄຊຍະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...